ທຣັມ ບອກຍິນດີລົງນາມຂໍ້ຕົກລົງປາຣີສ ຖ້າແກ້ໄຂລາຍລະອຽດໃຫ້ເປັນປະໂຫຍດກັບສະຫະລັດ
ວັນທີ່ 28 ມັງກອນ 2018 ເອເອຟພີ ລາຍງານວ່າ ໂດໂນລ ທຣັມ ກ່າວວ່າຍິນດີລົງນາມໃນຂໍ້ຕົກລົງແກ້ໄຂສະພາບພູມອາກາດປ່ຽນແປງ ຫຼື ຂໍ້ຕົກລົງປາຣີສ ແຕ່ຢືນຢັນວ່າຕ້ອງມີການແກ້ໄຂລາຍລະອຽດຕ່າງໆເພື່ອໃຫ້ໄດ້ຂໍ້ຕົກລົງທີ່ດີພໍສຳລັບສະຫະລັດ ພາຍຫຼັງ ທຣັມ ປະກາດຖອນສະຫະລັດອອກຈາກຂໍ້ຕົກລົງດັ່ງກ່າວເມື່ອປີ 2017 ເຮັດໃຫ້ເປັນຊາດດຽວໃນໂລກທີ່ບໍ່ຢອມຮັບຂໍ້ຕົກລົງນີ້. ເຖີງແມ່ນວ່າສະຫະລັດເປັນຊາດທີ່ປ່ອຍກາສຕົ້ນເຫດໂລກຮ້ອນຫຼາຍທີ່ສຸດໃນໂລກເມື່ອຄິດຕາມພາບລວມກໍ່ຕາມ ໂດຍ ທຣັມ ອ້າງວ່າຂໍ້ຕົກລົງດັ່ງກ່າວມີຜົນເສຍຮ້າຍແຮງຕໍ່ເສດຖະກິດຂອງສະຫະລັດ.



Post a Comment