ຕຳຫຼວດກຳປູເຈຍຈັບໜຸ່ມສາວຕ່າງປະເທດ 10 ຄົນຍ້ອນເຕັ້ນໂປ້ເປືອຍໃກ້ອັງກໍວັດ


ວັນທີ່ 28 ມັງກອນ 2018 ເດລີ່ເມວລາຍງານວ່າ ຕຳຫຼວດກຳປູເຈຍ ໃນເມືອງສຽມລຽບ ໄດ້ຈັບຕົວໜຸ່ມອັງກິດ 5 ຄົນ ແລະ ພ້ອມດ້ວຍໜຸ່ມສາວຄົນຕາເວັນຕົກອີກ 5 ຄົນຈາກ ແຄນແນດາ ຮອນແລນ ນໍເວ ແລະ ນິວຊີແລນ ອາຍຸປະມານ 19 - 35 ປີ ໂທດຖານເຕັ້ນໂປ້ເປືອຍ ບໍ່ເຄົາລົບວັດທະນະທຳເຈົ້າບ້ານ.

ພາບຈາກຕຳຫຼວດທີ່ເຜີຍແຜ່ໃນສື່ກຳປູເຈຍເຜີຍນາທີໜຸ່ມສາວຫຼາຍຄົນນອນກອດກັນໃນສະພາບນຸ່ງເຄື່ອງໜ້ອຍໂຕ ເຊີ່ງຢູ່ບໍ່ໄກຈາກນະຄອນວັດ ຫຼື ອັງກໍວັດ ພ້ອມແຈ້ງວ່າກຽມສົ່ງຟ້ອງຕໍ່ສານແຂວງດັ່ງກ່າວ.

ไม่มีความคิดเห็น