ກຸ່ມຕິດອາວຸດໂຈມຕີໂຮງຮຽນນາຍຮ້ອຍ ຕາຍ-ເຈັບເປັນສິບ ກຸ່ມໄອເອສບອກລົງມືເອງ


ວັນທີ່ 29 ມັງກອນ 2018 ຣອຍເຕີລາຍງານວ່າເກີດເຫດກຸ່ມມືປືນຕິດອາວຸດຢ່າງໜ້ອຍ 5 ຄົນກໍ່ເຫດໂຈມຕີດ່ານທະຫານທີ່ໃກ້ກັບໂຮງຮຽນນາຍຮ້ອຍຂອງກອງທັບອັຟການິສຖານເຊີ່ງຕັ້ງຢູ່ກຸງຄາບູນ ເມືອງຫຼວງຂອງປະເທດ ເບື້ອງຕົ້ນມີລາຍງານທະຫານຕາຍ 11 ຄົນ ແລະ ໄດ້ຮັບບາດເຈັບ 16​ ຄົນ ໃນລະຫວ່າງການຍິງຕໍ່ສູ້ກັນ.

ກຸ່ມກໍ່ການຮ້າຍມີມືລະເບີດຂ້າຕົວຕາຍ 2 ຄົນ ສ່ວນອີກ 2 ຄົນຖືກເຈົ້າໜ້າທີ່ຍິງຕາຍ ແລະ ສາມາດຈັບໄດ້ຄົນໜຶ່ງ. ຫຼັງເກີດເຫດກຸ່ມໄອເອສໄດ້ອອກມາຍອມຮັບວ່າເປັນຜູ້ຢູ່ເບື້ອງຫຼັງການກໍ່ເຫດຄັ້ງນີ້ ເຊີ່ງຖືເປັນການໂຈມຕີຄັ້ງໃຫຍ່ຄັ້ງທີ່ 3 ແລ້ວທີ່ກຸງຄາບູນ ໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມາ.

ไม่มีความคิดเห็น