ສະຫະລັດຈະຂວຳ້ບາດນັກການເມືອງ ແລະ ຜູ້ມີອຳນາດລັດເຊຍກວ່າ 210 ຄົນ ປູຕິນບໍ່ສົນ ບໍ່ຢາກຊຳ້ເຕີມສະຖານະການ
ລັດຖະບານສະຫະລັດໃຕ້ການນຳຂອງ ໂດໂນລ ທຣັມ ໄດ້ເຜີຍລາຍຊື່ນັກການເມືອງ 114 ຄົນ ແລະ ຜູ້ມີອຳນາດອີກ 96 ຄົນ ທີ່ມີບົດບາດຫຼາຍໃນຍຸກສະໄໝຂອງ ປະທານາທິບໍດີ ວາລາດິເມຍ ປູຕິນ ເຊີ່ງກຸ່ມຄົນນີ້ຖືກເອີ້ນວ່າ ປູຕິນລິສ ເຊີ່ງທັງໝົດ 210 ຄົນອາດຈະຖືກສະຫະລັດຂວຳ້ບາດໃນອະນາຄົດ.
ການປະກາດລາຍຊື່ດັ່ງກ່າວເປັນໄປຕາມຄວາມຮຽກຮ້ອງຂອງສະພາຄຣອງເກສ ເພື່ອໃຫ້ສະຫະລັດລົງໂທດລັດເຊຍ ຖານເຂົ້າໄປແຊກແຊງການເລືອກຕັ້ງໃນປີ 2016.
ດ້ານ ປະທານາທິບໍດີ ປູຕິນ ກ່າວວ່າ ລາຍຊື່ບຸກຄົນທີ່ສະຫະລັດເອົາມາເປີດເຜີຍເປັນສ່ວນໜຶ່ງຂອງການກຽມການຂວຳ້ບາດທີ່ສົ່ງຜົນກະທົບຕໍ່ຄົນລັດເຊຍທັງມວນ ແລະ ເປັນການກະທຳທີ່ບໍ່ເປັນມິດ ອັນຈະຍິ່ງເຮັດໃຫ້ຄວາມສຳພັນລະຫວ່າງລັດເຊຍ ແລະ ສະຫະລັດຫຍຸ້ງຍາກຂື້ນອີກ. ຢ່າງໃດກໍ່ຕາມ ປູຕິນ ບອກວ່າ ບໍ່ຕ້ອງການທີ່ຈະເຮັດໃຫ້ສະຖານະການຕຶງຄຽດໄປຫຼາຍກວ່ານີ້ ໂດຍລັດເຊຍຈະຫັນໄປຄິດເລື່ອງປະເທດ ແລະ ເສດຖະກິດແທນ.




Post a Comment