ສະຫະລັດຂື້ນບັນຊີດຳ “ຄິງໂຣມັນ ຄາສິໂນ” ທີ່ຢູ່ສາມລ່ຽມທອງຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ
ວັນທີ 30 ມັງກອນ 2018 ກະຊວງການເງີນປະເທດສະຫະລັດຖະແຫຼງການເລື່ອງການຂຶ້ນບັນຊີດຳ ຄິງໂຣມັນຄາຊີໂນ ໃນຖານະອົງການອາດສະຍາກຳຂ້າມຊາດ ໂດຍສະຖານປະກອບການດັ່ງກ່າວຕັ້ງຢູ່ໃນພື້ນທີ່ເຂດເສດຖະກິດພິເສດສາມລ່ຽມທອງຄຳ ທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວທາງຕາເວັນຕົກສຽງເໜືອຂອງລາວ ເປັນພົມແດນຮອຍຕໍ່ລາວກັບໄທ ແລະ ມຽນມາ ລັດຖະບານວໍຊິງຕັນມີຫຼັກຖານທີ່ເຊື່ອໄດ້ວ່າ ຄິງໂຣມັນຄາຊີໂນ ເປັນຊ່ອງທາງຂອງກິດຈະກຳຜິດກົດໝາຍຫຼາຍຢ່າງໃນເຂດ 3 ລ່ຽມທອງຄຳບໍ່ວ່າການຄ້າຢາເສບຕິດ ທີ່ລວມເຖິງການເປັນຜູ້ຈັດຈຳໜ່າຍເຮໂຣອິນ ແລະ ຢາບ້າໃຫ້ກັບກອງທັບວ້າແດງ ໃນລັດສານ ຂອງມຽນມາ ລວມທັງການຄ້າມະນຸດ ການຄ້າສັດປ່າ ອະໄວຍະວະສັດປ່າຄຸ້ມຄອງ ບໍ່ວ່າຈະເປັນໝີດຳ ໂຕລີ່ນ ເສືອ ແລະ ຊ້າງ. ໂດຍສາມາດສຶບເສັ້ນທາງກິດຈະກຳຜິດກົດໝາຍດັ່ງກ່າວ ຍ້ອນໄປເຖິງປີ 2014 ໃນຂະນະທີ່ ຄິງໂຣມັນຄາຊີໂນ ໄດ້ຮັບສຳປະທານໃນເຂດເສດຖະກິດພິເສດສາມລ່ຽມທອງຄຳໃນປີ 2009.
ນອກນັ້ນຍັງຂຶ້ນບັນຊີດຳ 4 ບຸກຄົນທີ່ມີສ່ວນກ່ຽວຂ້ອງໂດຍກົງກັບການບໍລິຫານອົງກອນແຫ່ງນີ້ ໄດ້ແກ່ ຈ້າວ ເຫວີຍ ມະຫາເສດຖີຄົນຈີນຜູ້ບໍລິຫານສູງສຸດຂອງບໍລິສັດລົງທຶນລະຫວ່າງປະເທດຄິງໂຣມັນ ຈົດທະບຽນທີ່ ຮ່ອງກົງ ພ້ອມ ນາງຊູ ກູ່ສິນ ສັນຊາດຈີນທີ່ເປັນເມຍຂອງຈ້າວ ເຫວີຍ ແລະ ທ.ອັບບາສ ອິບຣາຮິມ ສັນຊາດອອດສະເຕເລຍ ທີ່ຮັບຜິດຊອບລະບົບຮັກສາຄວາມປອດໄພໃນຄິງໂຣມັນ ແລະ ມີໜ້າທິ່ຕິດສິນບົນໃນນາມອົງກອນ ສ່ວນຄົນສຸດທ້າຍເປັນພົນລະເມືອງສັນຊາດໄທ ທ.ນັດ ລຸ່ງຕາວັນຄີຣີ ຜູ້ອຳນວຍການບໍລິສັດຄິງໂຣມັນ ມີໜ້າທີ່ເຄືອນຍ້າຍຊັບສິນໃນນາມອົງກອນ.


Post a Comment