ສະຫຼົດ!! ລົດເມອິນເດຍເສຍການຄວບຄຸມຕົກແມ່ນຳ້ ຕາຍ 36 ຄົນ
ມີຜູ້ເສຍຊີວິດຢ່າງໜ້ອຍ 36 ຄົນຈາກອຸປະຕິເຫດລົດເມທີ່ມີ ຜູ້ໂດຍສານ 55 ຄົນສູນເສຍການຄວບຄຸມພຸ່ງຕົກຂົວສູງ 30 ຟຸດ (ປະມານ 9 ແມັດ) ລົງໄປໃນແມ່ນຳ້ໄພຣາຟ ຫ່າງຈາກເມືອງໂກກາຕາເມືອງເອກຂອງລັດເບັງກອສ ປະເທດອິນເດຍ ຕາເວັນຕົກໄປທາງເໜືອປະມານ 280 ກິໂລແມັດ ເມື່ອວັນທີ່ 29 ມັງກອນ ໜ່ວຍກູ້ໄພໃຊ້ເວລາ 6 ຊົ່ວໂມງກູ້ສົບທັງໝົດຂຶ້ນມາໄດ້ຜູ້ລອດຊີວິດທຸກນຳສົ່ງໂຮງໝໍທ້ອງຖິ່ນ ລັດຖະບານລັດເບັງກອສຕາເວັນຕົກເລັ່ງກວດສອບເລື່ອງນີ້ ແລະ ຈ່າຍໃຫ້ຜູ້ເສຍຊີວິດ 5 ແສນຣູປີ ຫຼື ປະມານ 70 ລ້ານກີບ.

Post a Comment