ພະຍາກອນອາກາດປະຈໍາວັນທີ 31 ມັງກອນ 2018
ມວນອາກາດໜາວເຢັນຈາກປະເທດຈີນ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອຍັງມີກຳລັງແຮງປານກາງພັດປົກຄຸມ. ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງຕື່ມ 2 ຫາ 4 ອົງສາ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ໃນແຕ່ລະພາກ ແລະ ອາກາດຈະໜາວເຢັນຫຼາຍ ພ້ອມມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ.
ແຫຼ່ງທີ່ມາ: ກົມອຸຕຸນິຍົມແລະອຸທົກກະສາດ




Post a Comment