ຜູ້ອໍານວຍການ ຊີໄອເອເຜີຍ ສະຫະລັດຢ້ານຈີນ ຫຼາຍກວ່າ ຣັດເຊຍ ທີມີເທັກນິກຈາລະກໍາຂໍ້ມູນສູງ


ໃນວັນທີ່ 30 ມັງກອນ ທ່ານ ໄມກ໌ ພອມເພໂອ ຜູ້ອໍານວຍການອົງການຈັດຕັ້ງທາງການເມືອງສູນກາງຂອງສະຫະລັດອາເມຣິກາຫຼືຊີໄອເອໃຫ້ສໍາພາດພິເສດກັບລາຍການສໍານັກຂ່າວ ບີບີຊີ ວ່າ ຄວາມພະຍາຍາມແຜ່ອິດທິພົນຂອງຈີນເຂົ້າມາໃນຊາດຕະເວັນຕົກ ເປັນສິ່ງທີ່ສະຫະລັດກັງວົນຫຼາຍກວ່າຣັດເຊຍ ເພາະວ່າຈີນມີແສນຍານຸພາບການເຮັດສົງຄາມ ຈາລະກໍາຂໍ້ມູນສູງກວ່າຣັດເຊຍ

ແລະຍັງໄດ້ກ່າວອີກວ່າ:ທ່ານລອງຄິດເບິ່ງຂະໜາດເສດຖະກິດຂອງສອງປະເທດ ຈີນມີຮອຍຕີນທີ່ໃຫຍ່ກວ່າຫຼາຍທີ່ຈະຜະເດັດເສິກໃນພາລະກິດໄດ້ຫຼາຍກວ່າຣັດເຊຍ ເຮັດໃຫ້ພວກເຮົາຈັບຕາຄວາມເຄື່ອນໄຫວທີ່ຈະລັກເອົາຂໍ້ມູນຂອງຊາວອາເມຣິກາ ການສົ່ງສາຍລັບເຂົ້າມາແຊກຊືມໃນສະຫະລັດອາເມຣິກາ ດ້ວຍຄົນທີ່ເຮັດວຽກເພື່ອລັດຖະບານຈີນແລະຕໍ່ຕ້ານອາເມຣິກາ
ເຮົາຈະເຫັນໄທັງໃນໂຮງຮຽນຂອງເຮົາ ໃນໂຮງໝໍ ໃນລະບົບການແພດ ເຮົາຈະເຫັນໄປໝົດທຸກວົງການໃນອາເມຣິກາ ແລະຍັງເຫັນໃນພື້ນທີ່ສ່ວນອື່ນໆຂອງໂລກ ທັງໃນຢູໂຣບແລະອັງກິດ.
ສ່ວນກໍລະນີຣັດເຊຍ ທ່ານ ໄມກ໌ ພອມເພໂອ ກ່າວວ່າ ພຶດຕິກໍາພະຍາຍາມແຊກແຊງ ການເມືອງໃນສະຫະລັດຍັງບໍ່ຫຼຸດລົງແລະເຊື່ອວ່າຈະພະຍາຍາມແຊກແຊງການເລືອກຕັ້ງກາງປີຂອງສະຫະລັດທີຈະມີຂື້ນໃນປີນີ້ອີກດ້ວຍ ແຕ່ສະຫະລັດໝັ້ນໃຈວ່າຈະສາມາດດໍາເນີນມາດຕະການຕອບໂຕ້ທີ່ຈະເຮັດໃຫ້ຄວາມພະຍາຍາມແຊກແຊງດັ່ງກ່າວບໍ່ສົງຜົນກະທົບຫຼາຍ ເຮັດໃຫ້ການເລືອກຕັ້ງຂອງສະຫະລັດເປັນໄປຢ່າງຍຸຕິທໍາແລະໂປ່ງໃສ
ຄລິບ:

ไม่มีความคิดเห็น