ກູ້ໄພງົງມັນຂື້ນມາໄດ້ແນວໃດ ໜຸ່ມເມົາຍາຊິ່ງເກງເສຍຫຼັກບີນປັກຄາຊັ້ນ 2


ວັນທີ່ 14 ມັງກອນ ເກີດອຸປະຕິເຫດລົດເກງຄັນໜຶ່ງເສຍຫຼັກພຸ່ງປັກຄາຊັ້ນ 2 ຂອງຮ້ານປົວແຂ້ວແຫ່ງໜຶ່ງໃນລັດຄາລິຟໍເນຍ ສະຫະລັດ ໂຊກດີບໍ່ມີໃຜໄດ້ຮັບບາດເຈັບ ຫຼື ເສຍຊີວິດ ສ່ວນຄົນຂັບຖືກຈັບໂຕ ແລະ ຮັບສາລະພາບວ່າໄດ້ໃຊ້ສານເສບຕິດ. ຈາກການສອບສວນພົບວ່າຊາຍຄົນນີ້ຂັບລົດເກງມາດ້ວຍຄວາມໄວສູງ ແຕ່ລະຫວ່າງທາງເກີດເສຍຫຼັກໄປຂື້ນເກາະກາງຫົນທາງທີ່ຍົກສູງຂື້ນ ເຮັດໃຫ້ລົດເຫີນ ແລະ ພຸ່ງເຂົ້າປັກໃສ່ຊັ້ນ 2 ຂອງຮ້ານດັ່ງກ່າວ.

ไม่มีความคิดเห็น