ຍົນເຮລີຄອບເຕີ ກອງທັບສະຫະລັດຕົກໃນແຄລິຟໍຣເນຍທະຫານເສຍຊີວິດ 2 ຄົນ


ໃນວັນທີ່ 22 ມັງກອນ 2018 ສໍານັກຂ່າວຕ່າງປະເທດລາຍງານວ່າ ເຮລີຄອບເຕີແບບໂຈມຕີຂອງກອງທັບບົກສະຫະລັດ ໄດ້ປະສົບອຸປະຕິເຫດເຮລີຄອບເຕີຕົກໃນເຂດສູນເຝິກແຫ່ງຊາດ ທີ່ຄ້າຍທະຫານບົກຟໍອຣ໌ຕ ເອີຣ໌ວິນ ທາງພາກໃຕ້ຂອງລັດແຄລິຟໍຣເນຍ ສະຫະລັດອາເມຣິກາ ໃນຊ່ວງເວລາ 1:00 ຂອງວັນທີ່ 20 ມັງກອນທີ່ຜ່ານມາເຮັດໃຫ້ທະຫານເສຍຊີວິດ 2 ຄົນ

ພັນໂທ ເຈສັນ ບຣາວນ໌ ໂຄສົກກອງທັບບົກສະຫະລັດກ່າວວ່າ ທາງກອງທັບກໍາລັງສືບສວນສາເຫດການຕົກຂອງ ເຮລີຄອບເຕີ ເອເອຊ໌-64 ອາປາເຊ່ ເບື້ອງຕົ້ນຍັງບໍ່ສາມາດເປີດເຜີຍລາຍຊື່ທະຫານທີ່ເສຍຊີວິດເຊິ່ງເປັນນັກບິນແລະຜູ້ຊ່ວຍນັກບິນ ໂດຍທັງສອງຄົນປະຈໍາຢູ່ການຢູ່ຄ້າຍທະຫານບົກ ຟໍຣ໌ຕຄາຣ໌ສັນ ລັດໂຄໂລຣາໂດ ໃນທະເລຊາຍໂມຮາວີ ແບຣດົນດີ ກິລລ໌ 

ไม่มีความคิดเห็น