ໂຕກຽວ ຍີ່ປຸ່ນ ຊ້ອມຫຼົບໄພຂີປະນາວຸດຈາກເກົາຫຼີເໜືອ


ປະຊາຊົນໂຕກຽວຫຼາຍຮ້ອຍຄົນເຂົ້າຮ່ວມການຊ້ອມຫຼົບໄພຈາກຂີປະນາວຸດ ທີ່ສວນສະໜຸກໃນກຸງໂຕກຽວໂດຍການຊ້ອມຮົບດັ່ງກ່າວມີຂື້ນກາງຄວາມຕຶງຄຽດຈາກການທົດສອບຂີປະນາວຸດຂອງເກົາຫຼີເໜືອໃນຊ່ວງຜ່ານມາ. ການຊ້ອມດັ່ງກ່າວເລີ່ມຂື້ນໂດຍການປະກາດຜ່ານເຄື່ອງຂະຫຍາຍສຽງວ່າ: “ຂີປະນາວຸດໄດ້ຖືກຍິງຂື້ນທ້ອງຟ້າແລ້ວ ໃຫ້ອົບພະຍົບ ແລະ ຫາບ່ອນລີ້ໄພໃນອາຄານ ຫຼື ໃຕ້ດີນ” ຂະນະທີ່ປະຊາຊົນກໍ່ໄດ້ແລ່ນຫາບ່ອນຫຼົບໄພໃນອາຄານ ແລະ ສະຖານີລົດໄຟໃຕ້ດີນຢ່າງໄວວາ ຕໍ່ມາກໍ່ມີການປະກາດວ່າ: “ຂີປະນາວຸດໄດ້ຜ່ານໄປແລ້ວ ແລະ ມຸ່ງໜ້າສູ່ມະຫາສະໝຸດປາຊີຟິກ”.

ไม่มีความคิดเห็น