ຈີນ ເປີດຕົວຂົວຂ້າມທະເລທີ່ຍາວທີ່ສຸດໃນໂລກ ຊ່ວຍຫຼຸດເວລາເດີນທາງຈາກ 3 ຊົ່ວໂມງເຫຼືອ 30 ນາທີ່ເທົ່ານັ້ນ



ໃນວັນທີ່ 28 ມັງກອນ 2018 ສໍານັກຂ່າວຊິນຫົວລາຍງານວ່າ ປະເທດຈີນໄດ້ປະກາດວ່າ ໂຄງການທ່າເຮືອຂອງຂົວທີ່ຍາວທີ່ສຸດໃນໂລກທີ່ເຊື່ອມຕໍ່ລະຫວ່າງຮ່ອງກົງ ຈູໄຫ່ ແລະມາເກົ໊າ ໄດ້ສໍາເລັດເປັນທີ່ຮຽບຮ້ອຍແລ້ວ ເຊິ່ງໃຊ້ເວລາໃນການກໍ່ສ້າງຂົວແຫ່ງນີ້ເປັນເວລາ 8 ປີ ສ່ວນການກຽມກ່ອນໜ້າໃຊ້ເວລ າເຖິງ 6 ປີ

ທ ເຫີໜິງຂ່າ ຜູ້ອໍານວຍການຂອງຄະນະກໍາມະການດ້ານການພັດທະນາແລະການປະຕິຮູບມົນທົນກວາງຕູ້ງກ່າວວ່າ ຂະນະນີ້ການຕິດຕັ້ງແລະການທົດສອບອຸປະກອນທີ່ເຊື່ອມຕໍ່ລະຫວ່າງທ່າເຮືອແລະສ່ວນຫຼັກຂອງຂົວ 55 ກິໂລແມັດ ໄດ້ສໍາເລັດແລ້ວ ໂດຍເຈົ້າໜ້າທີ່ໄດ້ດໍາເນີນນະໂຍບາຍກ່ຽວກັບການຈາລະຈອນຂ້າມພົມແດນເທິງຂົວແຫ່ງນີ້ກຽມໄວ້ແລ້ວ


ຂົວແຫ່ງຈະເລີ່ມເປີດໃຊ້ງານ ຫຼັງຈາກທີ່ໂຄງການທ່າເຮືອຕ່າງໆ ມີເຈົ້າໜ້າທີ່ພາສີເຂົ້າມາກວດສອບ ແລະການຄວບຄຸມຊາຍແດນເຂົ້າມາປະຈໍາການ ຂົວແຫ່ງນີ້ຊ່ວຍຫຼຸດເວລາໃນການເດີນທາງລະຫວ່າງຮ້ອງກົງແລະຈູໄຫ່ຈາກ 3 ຊົ່ວໂມງເຫຼືອພຽງ 30 ນາທີ ແລະຍັງຈະຖືກໃຊ້ເປັນໜື່ງໃນເສັ້ນທາງການລວມເມືອງໃນພື້ນທີ່ສາມຫຼ່ຽມປາກແມ່ນໍ້າເພີຣ໌ໃນອານາຄົດອີກດ້ວຍ





ไม่มีความคิดเห็น