ເກີດເຫດໄຟໄໝ້ໂຮງກັ່ນນຳ້ມັນຄັ້ງໃຫຍ່ ທີ່ໄຕ້ຫວັນ ຢູ່ໄກຫຼາຍກິໂລຍັງເບີ່ງເຫັນ (ມີຄລິບ)


ຕອນເຊົ້າຂອງວັນທີ່ 29 ມັງກອນ 2018 ຊິນຫົວ ລາຍງານເຫດໄຟໄໝ້ໂຮງກັ່ນນຳ້ມັນຂະໜາດໃຫຍ່ທາງຕາເວັນຕົກສຽງເໜືອທີ່ເກາະໄຕ້ຫວັນ. ຜູ້ເຫັນເຫດການເລົ່າວ່າໄດ້ຍິນສຽງລະເບີດຂື້ນຢ່າງດັງກ່ອນຈະເຫັນແປວໄຟ ແລະ ຄວັນລຸກພຸ່ງຂື້ນເຊີ່ງສາມາດເບີ່ງເຫັນໄດ້ໄກກວ່າ 4-5 ກິໂລແມັດ.

ໂດຍທີມກູ້ໄພໄດ້ຮັບແຈ້ງໃນເວລາ 6:42 ຕາມເວລາທ້ອງຖິ່ນ ແລະ ສົ່ງລົດດັບໄຟໄປກວ່າ 30 ຄັນ ປັດຈຸບັນເຈົ້າໜ້າທີ່ສາມາດຄວບຄຸມໄຟໄວ້ໄດ້ແລ້ວ ແລະ ຍັງບໍ່ມີລາຍງານຜູ້ເສຍຊີວິດ ສ່ວນສາເຫດແມ່ນບໍລິສັດກຳລັງເລັ່ງສຶບຫາ.


ກົດຊົມຄລິບ

ไม่มีความคิดเห็น