ອັນຕະລາຍ!! ເດັກນ້ອຍຈູດກະໂພກລົງທໍ່ນຳ້ເປື້ອນເກີດລະເບີດໃສ່ຟົ້ງໄປ 3 ແມັດ (ມີຄລິບ)
ວັນທີ່ 25 ມັງກອນ 2018 ເຫດເກີດທີ່ປະເທດຈີນເມື່ອເດັກນ້ອຍຄົນໜຶ່ງຫຼີ້ນກະໂພກ ແລ້ວລອງຈູດໃສ່ລົງທໍ່ນຳ້ເປື້ອນໂດຍບໍ່ຮູ້ວ່າໃນທໍ່ມີກາສ ມີເທນ ສະສົມຢູ່ຫຼາຍເຊີ່ງເປັນກາສໄວໄຟ ຈຶ່ງເຮັດໃຫ້ເກີດການລະເບີດຂື້ນຢ່າງແຮງເຮັດໃຫ້ເດັກຄົນດັ່ງກ່າວຖືກແຮງດັນລະເບີດຟົ້ງໄປໄກກວ່າ 3 ແມັດ ສ່ວນເດັກອີກຄົນໜຶ່ງທີ່ຢູ່ໃກ້ກໍ່ເກືອບຖືກແຮງດັນໄປນຳ. ຍັງບໍ່ມີລາຍງານວ່າເດັກຊາຍໄດ້ຮັບບາດເຈັບໜັກສໍ່າໃດ ຫຼື ເສຍຊີວິດຫຼື ບໍ່ ແຕ່ກໍ່ຖືວ່າໃຫ້ເຫດການນີ້ເປັນອຸທາຫອນວ່າບໍ່ຄວນຫຼີ້ນຫຍັງທີ່ອາດເກີດອັນຕະລາຍໄດ້.

Post a Comment