ແມ່ຊ໊ອກ!! ລູກສາວ 11 ປີຖືກຢາມໂຮງຮຽນຂົ່ມຂື່ນດົນກວ່າ 2 ປີຈົນຕັ້ງທ້ອງ 5 ເດືອນ
ວັນທີ່ 25 ມັງກອນ 2018 ເດລີ່ເມວລາຍງານເຫດສະເທືອນໃຈເກີດຂື້ນທີ່ເມືອງໄປ່ຫຍາງ ທາງຕອນກາງຂອງປະເທດຈີນ ເມື່ອເດັກຍິງອາຍຸພຽງ 11 ປີ ເຊີ່ງມີຜົນການຮຽນດີອັນດັບຕົ້ນໆຂອງໂຮງຮຽນ ຖືກຢາມຂອງໂຮງຮຽນຂົ່ມຂື່ນເປັນເວລາກວ່າ 2 ປີ ໂດຍບໍ່ມີໃຜຮູ້ຈົນເດັກຍິງຮູ້ສຶກບໍ່ສະບາຍ ແມ່ຈຶ່ງພາໄປກວດແລ້ວພົບວ່າຕັ້ງທ້ອງໄດ້ 5 ເດືອນແລ້ວ ເດັກຍິງຈຶ່ງເປີດເຜີຍເລື່ອງທັງໝົດໃຫ້ຄອບຄົວຮູ້.
ເດັກຍິງເລົ່າວ່າຖືກຂົ່ມຂື່ນຕັ້ງແຕ່ອາຍຸ 9 ປີ ແລະ ມີການຂົ່ມຂື່ນຫຼາຍຄັ້ງໃນຊ່ວງ 2 ປີຜ່ານມາ ເຊີ່ງເຈົ້າໜ້າທີ່ກໍ່ໄດ້ຈັບກຸມຢາມຂອງໂຮງຮຽນ ອາຍຸ 50 ປີມາສອບສວນ ແລະ ກໍ່ຢອມຮັບສາລະພາບວ່າໄດ້ເຮັດແທ້ ເຊີ່ງຢາມຄົນດັ່ງກ່າວແມ່ນແຕ່ງງານມີລູກແລ້ວ 1 ຄົນ.



Post a Comment