ສະຫຼົດໃຈ!! ພໍ່ເອົາລູກໄປຖິ້ມເຫັນໂຕມ່ວງຫຼັງເກີດຄິດເອງວ່າດຽວກະຕາຍ (ມີຄລິບ)


ເດິຊັນລາຍງານເຫດສະເທືອນໃຈເມື່ອພໍ່ມືໃໝ່ນຳລູກທີ່ຫາກະເກີດໄດ້ 2 ຊົ່ວໂມງ ໄປໂຍນຖິ້ມຫຼັງເຫັນລູກໂຕສີມ່ວງແລ້ວຄິດເອງວ່າຄືສິຕາຍໃນບໍ່ຊ້າ. ເຫດເກີດທີ່ ມົນທົນຍູນນານ ທາງໃຕ້ຂອງຈີນ ເມື່ອວັນທີ່ 22 ມັງກອນ 2018 ກ້ອງວົງຈອນປິດເຜີຍໃຫ້ເຫັນນາທີພໍ່ເອົາລູກໄປຖິ້ມໃນກອງຂີ້ເຫຍື້ອແລ້ວຮີບຍ່າງໜີ ກາງອຸນຫະພູມທີ່ໜາວ 10 ອົງສາ.

ໂຊກດີຫຼັງຈາກນັ້ນມີຜູ້ຍິງຄົນໜຶ່ງໄດ້ຍີນສຽງເດັກນ້ອຍໄຫ້ກໍ່ເລີຍເຂົ້າໄປຊ່ວຍ ແລະ ນຳສົ່ງໃຫ້ທ່ານໝໍໂດຍພົບວ່າສາຍບືຍັງຕິດຢູ່. ຕໍ່ມາກໍ່ສາມາດຈັບກຸມພໍ່ຄົນດັ່ງກ່າວໄດ້ ແລະ ສອບຖາມພົບວ່າແຟນສາວເກີດລູກໃນຫ້ອງເຊົ່າທີ່ຢູ່ນຳກັນ ແລະ ຕອນນັ້ນບໍ່ມີທ່ານໝໍຢູ່ ເຊີ່ງເດັກນ້ອຍຫຼັງເກີດແລ້ວໂຕເລີ່ມປ່ຽນເປັນສີມ່ວງກໍ່ເລີຍເອົາໄປຖິ້ມ.

ດ້ານແພດຫຼັງກວດສຸຂະພາບເດັກພົບວ່າແຂງແຮງດີ ແຕ່ສາເຫດທີ່ໂຕເປັນສີມ່ວງຍ້ອນອາກາດໜາວເທົ່ານັ້ນ ແລະ ຕອນນີ້ຖືກສົ່ງໂຕໄປຢູ່ບ້ານເດັກກຳພ້າແລ້ວ.

ไม่มีความคิดเห็น