ສະຫະລັດອອກມາວິຈານ ຣັດເຊຍທີ່ຂາຍເຮືອບິນຮົບ Su-30 ໃຫ້ກັບມຽນມ້າ
ໃນວັນທີ່ 22 ມັງການ ສໍານັກຂ່າວຕ່າງປະເທດລາຍງານໃນວັນທີ່22 ມັງກອນ 2018
ກໍລະນີທາງດ້ານຣັດເຊຍໄດ້ດໍາເນີນການຈັດຫາເຮືອຮົບ Su-30 ຈໍານວນ 6
ລໍາໃຫ້ກັບກອງທັບອາກາດມຽນມ້າ
ເຊິ່ງຂໍ້ຕົກລົງດັ່ງກ່າວໄດ້ເກີດຂື້ນຫຼັງຈາກລັດຖະມົນຕີກະຊວງພາຍໃນຣັດເຊຍໄດ້ເດີນທາງຢ້ຽມຢາມມຽນມ້າໃນວັນເສົາທີ່ຜ່ານມາ
ໃນວັນທີ່ 26
ມັງກອນ 2018 ທາງດ້ານນາງເຮທເທີຣ໌ ນາວເວີຣ໌ທ ຮອງໂຄສົກລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ
ໄດ້ອອກມາວິຈານກ່ຽວກັບເລື່ອງດັ່ງກ່າວ ຣັດເຊຍຄວນເປັນໜື່ງດຽວກັນກັບບັນດາປະເທດຕ່າງໆແລະໃຫ້ຄວາມຊ່ວຍເຫຼືອທາງດ້ານມະນຸດສະຍະທໍາແກ່ມຽນມ້າຂະນະທີ່ການຂາຍອາວຸດໃຫ້ປະເທດນີ້
ອາດຈະເຮັດໃຫ້ສະຖານະການຮ້າຍແຮງໄປກວ່ານີ້ອີກ
ສ່ວນທາງດ້ານໂຄສົກຂອງປະທານາທິບໍດີ
ປູຕິນ ຣັດເຊຍບໍ່ໄດ້ໃຫ້ຄວາມສໍາຄັນແກ່ ການທີ່ສະຫະລັດອອກມາວິພາກວິຈານກໍລະນີຂານເຮືອບິນຮົບ
Su-30 ໃຫ້ກັບກອງທັບມຽນມ້າ ໂດຍຢືນຢັນວ່າດໍາເນີນການຖືກຕ້ອງແລະສອດຄ້ອງກັບ
ຫຼັກການລະຫວ່າງປະເທດ ແລະຍັງກ່າວຊໍ້າອີກວ່າອາວຸດຍຸດໂທປະກອນຂອງຣັດເຊຍ ສ້າງຊື່ສຽງແລພໄດ້ຮັບການຍອມຮັບຈາກກອງທັບມຽນມ້າ
ຈື່ງເກີດມີຂໍ້ຕົກລົງຊື້ຂາຍໃນຄັ້ງນີ້






Post a Comment