ສະພາປະຊາຊົນແຂວງຊຽງຂວາງ ຈັດກອງປະຊຸມສະໄໝສາມັນເທື່ອທີ່ 4
ໃນຕອນເຊົ້າຂອງວັນທີ 10 ມັງກອນ 2018 ນີ້, ຢູ່ທີ່ຫ້ອງປະຊຸມໃຫຍ່ສຳນັກງານຫ້ອງວ່າການປົກຄອງແຂວງຊຽງຂວາງ ໄດ້ເປີດກອງປະຊຸມສະໄຫມສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງຊຽງຂວາງ ຊຸດທີ I ຂື້ນຢ່າງເປັນທາງການ ເປັນເວລາ 3 ວັນເລີ່ມແຕ່ວັນທີ 10-12 ມັງກອນ 2018 ໂດຍເປັນປະທານຂອງ ທ່ານ ບຸນຕົ້ນ ຈັນທະພອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຊຽງຂວາງ ໃຫ້ກຽດເຂົ້າຮ່ວມກອງປະຊຸມມີ ທ່ານເຈົ້າແຂວງ, ບັນດາການນຳຂອງແຂວງ, ຫົວຫນ້າພະແນກການຕ່າງໆ, ອາດີດການນຳ-ອາວຸໂສບຳນານ, ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 9, ຄະນະສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານສະພາປະຊາຊົນແຂວງ ພ້ອມດ້ວຍນ້າຍບ້ານອ້ອມຂ້າງເທດສະບານຂອງແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະກອງປະຊຸມໃນຕອນເຊົ້າ ໄດ້ຮັບຟັງການລາຍງານ ຄື: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງປະຈຳປີ 2017 ແລະ ທິດທາງແຜນການ ປະຈຳປີ 2018, ການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດຂັ້ນແຂວງ ປະຈຳປີ 2017 ແລະ ທິດທາງແຜນການ ປີ 2018, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2017 ແລະ ທິດທາງແຜນການ ປີ 2018, ການກະກຽມຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ປີ 2018 ທີ່ຊຽງຂວາງເປັນເຈົ້າພາບ, ແຜນການວຽກງານທ່ອງທ່ຽວປີ 2018, ການແກ້ໄຂຄຼີນິກ ແລະ ໂຮງຫມໍເອກະຊົນພາຍໃນ ແລະ ຕ່າງປະເທດ, ການສັກຢາກັນພະຍາດພາຍໃນແຂວງ ແລະ ການຄຸ້ມຄອງແພດຫມໍປິ່ນປົວຕາມບ້ານປະຊາຊົນ(ຫມໍເຖື່ອນ) ຕາງຫນ້າຈາກພະແນກການ ແລະ ກົມກອງທີ່ກ່ຽວຂ້ອງໄດ້ ຜັດປ່ຽນກັນຂື້ນລາຍງານຕໍ່ທີ່ປະຊຸມ.
ຂອບໃຈທີ່ມາ: ສະພາປະຊາຊົນ ແຂວງຊຽງຂວາງ



Post a Comment