ໄນຈີເລຍ - ເພື່ອນບ້ານ ລວມພະລັງປາບປາມກຸ່ມຫົວຮຸນແຮງ ໂບໂກ ຮາລາມ
ວັນທີ່ 9 ມັງກອນ ທະຫານຈາກໄນຈີເລຍ ແລະ 3 ປະເທດເພື່ອນບ້ານໄດ້ແກ່ ແຄມເມີລູນ, ຊາດສ ແລະ ໄນເຈີ ມີເປົ້າໝາຍກວດລ້າງກຸ່ມ ໂບໂກ ຮາລາມ ທີ່ນຳໂດຍ ເຊເກົາ ໃນປ່າຊຳບິຊາ ແລະ ອີກກຸ່ມນຳໂດຍ ນູລ ທີ່ມີຖານຢູ່ແຖບທະເລສາບ ຊາດສ ແຕ່ທັງ 2 ແຫ່ງແມ່ນຢູ່ໃນເຂດພາກຕາເວັນອອກສຽງເໜືອຂອງໄນຈີເລຍ. ຈາກການເປີດເຜີຍຂອງກອງທັບໄນຈີເລຍບອກວ່າ ນັກຮົບ ໂບໂກ ຮາລາມ ຕາຍຈຳນວນຫຼາຍ ແລະ ອີກຫຼາຍຮ້ອຍຄົນຢອມຈຳນົນໃນໄລຍະຫຼາຍມື້ຜ່ານມາ ພ້ອມກ່າວອ້າງວ່າ ນູລ ໄດ້ຮັບບາດເຈັບ ແລະ ເມຍໜຶ່ງໃນຫຼາຍຄົນເສຍຊີວິດ ຈາກການໂຈມຕີທາງອາກາດຂອງກອງທັບໄນຈີເລຍສ່ວນ ເຊເກົາ ກຳລັງໝົດສະພາບ ແລະ ລໍວັນພ່າຍແພ້.

Post a Comment