ແຕກຕື່ນ!! ແຜ່ນດີນໄຫວຢູ່ຫຼັກຊາວ ແຂວງບໍລິຄຳໄຊ ຂະໜາດ 4,6 ຣິກເຕີ


ເກີດເຫດແຜ່ນດີນໄຫວຢູ່ຫຼັກຊາວ ເມືອງຄຳເກີດ ແຂວງບໍລິຄຳໄຊ ໃນວັນທີ່ 14 ມັງກອນ 2018 ເຮັດໃຫ້ປະຊາຊົນພາກັນຕື່ນຕົກໃຈເພາະ ບ້ານເຮືອນມີການສັ່ນໄຫວ ເໜັງຕິງ ເປັນເວລາກວ່າ 10 ວິນາທີ. ຕາມການກວດສອບຂອງພະແນກຊັບພະຍາກອນທຳມະຊາດ ເມືອງຄຳເກີດ ລາຍງານວ່າ ແຜ່ນດີນໄຫວຄັ້ງນີ້ມີຂະໜາດ 4,6 ຣິກເຕີ ແລະ ບອກວ່າຄວາມສັ່ນສະເທືອນຄັ້ງນີ້ສາມາດຮັບຮູ້ໄດ້ເຖີງເມືອງນາກາຍ ແຂວງຄຳມ່ວນ ເຊີ່ງເຫດການຄັ້ງນີ້ຍັງບໍ່ມີລາຍງານຄວາມເສຍຫາຍ ແລະ ບໍ່ມີຜູ້ເສຍຊີວິດ ສ່ວນຈຸດສູນກາງຂອງແຜ່ນດີນໄຫວແມ່ນຍັງຕ້ອງລໍຖ້າພາກສ່ວນກ່ຽວຂ້ອງກວດສອບຕື່ມ.

ไม่มีความคิดเห็น