ຊີ້ເປົ້າຜິດ! ນັກບິນສະຫະລັດສັງຫານຕໍາຫຼວດອີຣັກ 8 ສົບ
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງແບກແດກປະເທດອີຣັກໃນວັນທີ່
27 ມັງກອນວ່າ ເຈົ້າໜ້າທີ່ທາງການຂອງອີຣັກ ເຊິ່ງບໍ່ຂໍເປີດເຜີຍຊື່ ກ່າວວ່າຊາວອີຣັກ 8
ຄົນ ປະກອບດ້ວຍເຈົ້າໜ້າຂ່າວກອງລະດັບສູງ 1 ຄົນ ຕໍາຫຼວດອີກ 6 ສະຫາຍ ແລະຜຜູ້ຍິງອີກຄົນ
1 ເສຍ ຊີວິດ ແລະອີກປະມານ 20 ຄົນບາດເຈັບ ການໂຈມຕີອາກາດຂອງເຮືອບິນສະຫະລັດ
ໃນເຂດເມືອງອັລ-ບັກຫ໌ດາດີ ໃນພູເຂົາຢູເຟຣຕິສ ທາງພາກຕາເວັນຕົກ ໂດຍການກວດສອບເບື້ອງຕົ້ນອາດຈະເປັນການເຂົ້າໃຈຜິດ
ກຸມຜູ້ເສຍຊີວິດກໍາລັງເດີນທາງໃນຂະບວນລົດກະບະ
ມຸ່ງໜ້າໄປສະໜັບສະໜູນປະຕິບັດການກວດລ້າງກຸ່ມນັກຮົບໄອເອສໃນພື້ນທີ່ ການໂຈມຕີທໍາລາຍລົດໃນຂະບວນເກືອບທຸກຄັນ
ຜູ້ໄດ້ຮັບບາດເຈັບລວມເຖິງຫົວໜ້າສະຖານນີຕາຫຼວດໃນເມືອງອັລ-ບັກຫ໌ດາດີ ເຊິາງອາການສາຫັດ
ສູນບັນຊາການປະຕິບັດຮ່ວມ
ຂອງອີຣັກເຊິ່ງປະສານງານປະຕິບັດການໂຈມຕີກຸ່ມໄອເອສ ກ່າວວ່າ ໄດ້ສັ່ງການໃຫ້ໜ່ວຍຄອມມານໂດບຸກກວດຄົ້ນສະຖານທີ່ຕ້ອງສົງໄສທີຫຼົບລີ້ຂອງນັກຮົບໄອເອສໃນເມືອງ
ອັລ-ບັກຫ6ດາດີຫຼັງຈາກໄດ້ຮັບຂໍ້ມູນເບາະແສຈາກໜ່ວຍຂ່າວກອງວ່າ
ມີການປະຊຸມວາງແຜນຂອງກຸ່ມກໍ່ການຮ້າຍ ນໍາໂດຍທ້າວ ອັລ-ຊາມາຣ໌ມັດ ແລະໄດ້ມີການຂໍກໍາລັງສະໜັບສະໜູນທາງອາກາດ
ຈາກກອງທັບພັນທະມິດນາໆຊາດ


Post a Comment