ຍິງສາວຖືກຂ້າປາດຄໍໃນສະພາບນອນເປືອຍກາຍເສຍຊິວິດ


ໃນວັນທີ27/1/2018ເວລາ17ໂມງ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ1624ວ່າ ມີຄົນນອນເສຍຊິວິດຢູ່ ຫ້ອງພັກແຫ່ງໜຶ່ງ ເຂດເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ດັ່ງນັ້ນໜ່ວຍກູ້ໄພນະຄອນຫຼວງຈຶ່ງອອກກວດສອບເຫດພົບຜູ້ຍິງສະພາບນອນເປືອຍກາຍເສຍຊິວິດ ຈຶ່ງໄດ້ປະສານຫາເຈົ້າໜ້າທີ່ຕຳຫຼວດພິສູດຫຼັກຖານ ເພື່ອລົງເກັບກຳຂໍ້ມູນ ເຊິ່ງອາການຜູ້ເສຍຊິວິດແມ່ນ ຖືກປາດຄໍ ເຮັດໃຫ້ເສຍເລືອດຫຼາຍ 

ດັ່ງນັ້ນເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ກວດກາຊັບສິນຕິດໂຕພົບເຫັນ ໜັງສືຜ່ານແດນ ອອກຊື່ ນາງສັນຕິສຸກ ລໍວັນເຮືອງ,ໂທລະສັບ2ໜ່ວຍ,ພ້ອມເງິນຈຳນວນ1.ເຊິ່ງເກັບໄວ້ເປັນຂໍ້ມູນເພື່ອຕິດຕໍ່ຫາພີ່ນ້ອງສ່ວນຜູ້ເສຍຊິວິດແມ່ນໜ່ວຍກູ້ໄພນະຄອນຫຼວງໄດ້ນຳສົ່ງໄວ້ໂຮງເຢັນວັດຈີນ ບ້ານດົງປະແຫຼບ

ແຫຼ່ງທີ່ມາ: ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນໂທ 1624

ไม่มีความคิดเห็น