“ຣັດເຊຍ” ລັ່ນ ມີສິດຕອບໂຕ້ສະຫະລັດ ຫຼັງຈາກ “ທຣໍ້າ” ປະກາດຂວໍ້າບາດເຈົ້າໜ້າທີ່ຣັດເຊຍ


ໃນວັນທີ່ 28 ມັງກອນ 2018 ສໍານັກຂ່າວຕ່າງປະເທດລາຍງານວ່າ ໂຄສົກກະຊວງການຕ່າງປະເທດຂອງຣັດເຊຍໄດ້ອອກມາປະກາດວ່າ ການປະກາດຂວໍ້າບາດຣັດເຊຍຄັ້ງໃໝ່ເປັນເລື່ອງທີ່ບໍ່ສົມເຫດສົມຜົນ ຫຼັງຈາກເມື່ອວັນທີ່ 26 ມັງກອນ ທີ່ຜ່ານມາທາງສະຫະລັດໄດ້ປະກາດຂວໍ້າບາດເຈົ້າໜ້າທີ່ຣັດເຊຍ 21 ຄົນແລະໜ່ວຍງານຣັດເຊຍ 21 ແຫ່ງໃນສະຫະລັດເພີ່ມໃນລາຍການຂວໍ້າບາດັດເຊຍຂອງສະຫະລັດອາເມຣິກາ

ສະຫະລັດມີຄວາມພະຍາຍາມຢ່າງຕໍ່ເນື່ອງໃນການສ້າງແຮງກົດດັນຕໍ່ຣັດເຊຍ ໂດຍໄດ້ດໍາເນີນການໃຊ້ມາດຕະການຫຼາຍຢ່າງກັບຊາວຣັດເຊຍແລະບໍລິສັດຣັດເຊຍຫຼາຍເເຫ່ງ
ວ່າ ໂຄສົກກະຊວງການຕ່າງປະເທດຂອງຣັດເຊຍຍັງກ່າວອີກວ່າ ໂຄງການຂວໍ້າບາດຂອງສະຫະລັດນັ້ນບໍໄດ້ເກີດຜົນລັບໃດໆ ນອກຈາກການສູນເສຍທາງການເງິນຂອງສະຫະລັດເທົ່ານັ້ນ ເຊິ່ງທາງຣັດເຊຍບໍ່ໄດ້ຫວັ່ນໄຫວຕໍ່ຄໍາສັ່ງຫ້າມຂໍວີຊ່າຫຼືເຮັດການກັບສະຫະລັດອາເມຣິກາແລະຢືນຢັນໃນການປົກປ້ອງຜົນປະໂຫຍດຂອງຊາດແລະຖ້າຫາກສະຫະລັດຕ້ອງການທໍາລາຍຄວາມສໍາພັນທາງເສດຖະກິດແລະຄວາມສໍາພັນທາງດ້ານອື່ນໆກັບຣັດເຊຍກໍເປັນສິດຂອງພວກເຂົາແລະເຮົາກໍຂໍສະຫງວນສິດຂອງເຮົາໃນການຕອບໂຕ້ເຊັ່ນດຽວກັນ



ไม่มีความคิดเห็น