ຄະດີສະເທືອນໃຈ! ຊາຍໜຸ່ມອິນເດຍ ຂົ່ມຂືນເດັກນ້ອຍ ອາຍຸພຽງ 8 ເດືອນອາການສາຫັດ
ໃນວັນທີ່ 31
ມັງກອນ 2018 ສໍານັັກຂ່າວຕ່າງປະເທດລາຍງານເຫດການສະເທືອນໃຈ ເມື່ອເດັກນ້ອຍອາຍຸພຽງ 8
ເດືອນ ຖືກຊາຍອາຍຸ 27 ປີ ຜູ້ເປັນພີ່ນ້ອງຂົ່ມຂືນ ທີ່ເຮືອນໃນກຸງເດລີ ປະເທດອິນເດຍ
ຈົນອາການສາຫັດ ແພດຕ້ອງໃຊ້ເວລາໃນການຮັກສາ 3 ຊົ່ວໂມງໃນການຜ່າຕັດຮັກສາບາດແຜໃຫ້ກັບເດັກນ້ອຍຜູ້ເຄາະຮ້າຍນີ້
ກ່ອນເກີດເຫດການ
ທາງພໍ່ແມ່ຂອງເດັກນ້ອຍໄດ້ຝາກລູກໄວ້ກັບພີ່ນ້ອງ ເນື່ອງຈາກທັງຄູ່ໄປເຮັດວຽກ ຫຼັງຈາກກັບມາຮອດເຮືອນ
ກໍພົບວ່າຕຽງຂອງເດັກນ້ອຍເປື້ອນໄປດ້ວຍເລືອດ ຕໍ່ມາທາງເຈົ້າໜ້າທີ່ໄດ້ຈັບກຸມຜູ້ຕ້ອງຫາ
ຈື່ງຍອມຮັບສາລະພາບວ່າຂົ່ມຂືນເດັກນ້ອຍແທ້ ເນື່ອງຈາກວ່າເຫຼົ້າ
ຈື່ງໄດ້ຕັ້ງຂໍ້ຫາຝ່າຝືນກົດລ່ວງລະເມີດທາງເພດເດັກ ເຊິ່ງອາດຈະມີໂທດຈໍາຄຸກຕະຫຼອດຊີວິດ
ມີລາຍງານຂອງຄະນະກໍມະການສິດທິເດັກຂອງສະຫະປະຊາຊາດໃນປີ
2014 ວ່າ 1 ໃນ 3 ຂອງເຫຍື່ອທີຖືກຂົມຂືນເປັນເຍົາວະຊົນ ແລະກັງວົນທີ່ການລ່ວງລະເມີດທາງເພດເດັກເກີດຂື້ນຖີ່ເລື້ອຍໆ
ແລະຂໍ້ມູນຈາກສໍານັກງານສະຖິຕິອາດຊະຍະກໍາແຫ່ງອິນເດຍລະບຸວ່າ ເຍົາວະຊົນຖືກຂົມຂືນເກີດຂື້ນ19.765
ຄະດີໃນປີ 2015 ເພີມຂື້ນ 82%
ຈາກປີ2014

Post a Comment