ສະຫະລັດ ຍອມຮັບເອງເກົາຫຼີເໜືອກ້າວໜ້າໄປຫຼາຍເລື່ອງຂີປະນາວຸດ ແຕ່ຂາດປະສິດທິພາບທີ່ຈະທໍາລາຍສະຫະລັດອາເມຣິກາແຜ່ນດິນໃຫຍ່
ໃນວັນທີ່ 31
ມັງກອນ 2018 ສໍານັກຂ່າວຕ່າງປະເທດລາຍງານວ່າ ພົນອາກາດເອກ ພໍລ ເຊລວາ
ຮອງປະທານເສນາທິການທະຫານຮ່ວມ ໄດ້ອອກມາເຜີຍວ່າ ເກົາຫຼີເໜືອຄວາມກ້າວໜ້າຄັ້ງໃໝ່ໃນໂຄງການຂີປະນາວຸດຂ້າມທະວີບ
ເຊິ່ງສະແດງໃຫ້ສະຫະລັດໄດ້ເຫັນແລ້ວ ແຕ່ວ່າຍັງບໍສາມາດພິສູດປະສິດທິພາບທັງໝົດ ສໍາຫຼັບດໍາເນີນການໂຈມຕີອາເມຣິກາດ້ວຍອາວຸດດັ່ງກ່າວໄດ້
ພົນອາກາດເອກ
ພໍລ ເຊລວາ ຍັງກ່າວອີກວ່າ ເກົາຫຼີເໜືອມີຄວາມກ້າວໜ້າໃນໂຄງການຂີປະນາວຸດຄັ້ງໃຫຍ່
ແຕ່ວ່າຄຸນນະພາບຂອງຂີປະນາວຸດນັ້ນຍັງບໍ່ໄດ້ມີການພິສູດໃຫ້ເຫັນວ່າ ຈະສາມາດທົນຕໍ່ແຮງດັນຕ່າງໆລະຫວ່າງທີ່ຂີປະນາວຸດພຸ່ງໄປໃນອາກາດໄດ້ຫຼືບໍ
ທີ່ຜ່ານເກົາຫຼີເໜືອເຄີຍທດສອບນິວເຄຣຍຄັ້ງທີ່
6 ເຊິ່ງຖືວ່າຮ້ສຍແຮງທີ່ສຸດທີ່ເຄີຍມີມາ ຈົນນາຊາດອອກມາປະນາມແລະຂວໍ້າບາດເກົາຫຼີເໜືອ
ນອກຈາກນີ້ ພົນອາກາດເອກ
ພໍລ ເຊລວາ ຍັງກ່າວເພີ່ມອີກວ່າ ຄີມ ຈອງ ອຶນ ໄດ້ມີການພັດທະນາເທັກນິກໃໝ່ໆ
ໃນການນໍາຂີປະນາວຸດຂື້ນສູ່ຖານຍິງ ດັ່ງນັ້ນປະເທດພັນທະມິດແລະຈະມີເວລາເຫຼືອພຽງແຕ່ 12
ນາທີເທົ່ານັ້ນກ່ຽວກັບການເຕືອນໄພ ກ່ອນເກົາຫຼີເໜືອຈະລົງມືຍິງຈະຣວດ ຫຼຸດລົງຈາກທີີມີເວລາປະມານ
1 ຊົ່ວໂມງ



Post a Comment