ທຣັມ ຜິດຫວັງລັດເຊຍຊ່ວຍເກົາຫຼີເໜືອຫຼີກລ່ຽງມາດຕະການຂວຳ້ບາດ


ປະທານາທິບໍດີ ໂດໂນລ ທຣັມ ໃຫ້ສຳພາດພິເສດກັບສຳນັກຂ່າວຣອຍເຕີໃນຫ້ອງເຮັດວຽກຮູບໄຂ່ໃນທຳນຽບຂາວວ່າ ລັດເຊຍບໍ່ໄດ້ຊ່ວຍສະຫະລັດເລີຍໃນການແກ້ໄຂບັນຫາເກົາຫຼີເໜືອ ຂະນະທີ່ຈີນຊ່ວຍເຫຼືອແຕ່ລັດເຊຍບໍ່ສົນໃຈເວົ້າອີກຢ່າງໜຶ່ງຄືລັດເຊຍກຳລັງພະຍາຍາມເຂົ້າໄປຊົດເຊຍໃນສິ່ງທີ່ຈີນເຄີຍເຮັດຢູ່.

ທຣັມ ຍັງກ່າວຫາອາດີດປະທານາທິບໍດີສະຫະລັດທັງ 3 ຄົນກ່ອນໜ້າຄື ບິລ ຄຣິນຕັນ, ຈອສ ດັບເບີ່ນຢູ.ບູສ ແລະ ບາຣັກ ໂອບາມາ ວ່າລົ້ມເຫຼວໃນການແກ້ໄຂວິກິດເກົາຫຼີເໜືອ ຢ່າງໃດກໍ່ຕາມ ທຣັມ ຍັງບໍ່ປິດທາງໃນການເຈລະຈາໂດຍກົງກັບ ຄິມ ຈອງ ອືນ ຜູ້ນຳເກົາຫຼີເໜືອ.

“ຂ້ອຍຍັງມີຄວາມຫວັງວ່າການຜະເຊີນໜ້າກັບເກົາຫຼີເໜືອຈະສາມາດຈົບລົງດ້ວຍສັນຕິວິທີ ແຕ່ກໍ່ມີຄວາມເປັນໄປໄດ້ທີ່ຈະບໍ່ເປັນແນວນັ້ນ” ທຣັມກ່າວ. ເມື່ອຖືກຖາມວ່າສະຫະລັດຈຳເປັນຕ້ອງຕິດຕັ້ງລະບົບປ້ອງກັນຂີປະນາວຸດໃຫ້ຫຼາຍບໍ່? ທຣັມ ຕອບທັນທີວ່າແນ່ນອນ ແລະ ມີການສັ່ງໃຫ້ເພີ່ມຂີປະນາວຸດເຜື່ອການໂຈມຕີດ້ວຍ.

ไม่มีความคิดเห็น