ດ່ານຫຼວງນຳ້ທາຄຸມເຂັ້ມ ເຫດຜູ້ຍິງລາວໄປຈີນອາດຖືກແກ໊ງຄ້າມະນຸດຕວັະ ເພາະຫຼາຍຄົນຫາຍສາບສູນ


ທາງການຫຼວງນຳ້ທາໄດ້ເພີ່ມຄວາມເຂັ້ມງວດໃນການເດີນທາງໄປຈີນຂອງຜູ້ຍິງລາວ ຕາມຊາຍແດນທີ່ຕິດກັບຈີນເພາະມີຄວາມສ່ຽງສູງທີ່ຈະຕົກເປັນເຫຍື່ອແກ໊ງຄ້າມະນຸດ. ເຈົ້າໜ້າທີ່ປາບປາມການຄ້າມະນຸດຫຼວງນຳ້ທາກ່າວວ່າ ສະເພາະຜູ້ທີ່ຈະໄປຈີນຄົນດຽວຕ້ອງມີໃບຄຳ້ປະກັນຈາກໃຜຜູ້ໜຶ່ງໂດຍກອງບັນຊາການຕຳຫຼວດ ຫຼື ໜ່ວຍງານທີ່ກ່ຽວຂ້ອງອອກໃຫ້ ເພາະຜ່ານມາມີຜູ້ຍິງລາວຫຼາຍຄົນຫາຍສາບສູນໃນຈີນ ບາງຄົນກໍ່ນຳກັບມາໄດ້ແຕ່ຫຼາຍຄົນຍັງບໍ່ຮູ້ຊະຕາກຳ ໂດຍມີຄົນຈີນມາຕວັະວ່າຈະແຕ່ງງານແຕ່ຈາກນັ້ນກໍ່ພາໄປຂາຍ. ໃນປີ 2017 ມີຜູ້ຍິງລາວຫາຍສາບສູນໃນຈີນ 5 ຄົນເຊີ່ງພໍ່ແມ່ພີ່ນ້ອງບໍ່ສາມາດຕິດຕໍ່ໄດ້.

ไม่มีความคิดเห็น