ນາທີຊີວິດ!! ກູ້ໄພຫ້ອຍໂຕລົງຫຼັງຄາຊ່ວຍຄອບຄົວຕິດໃນເຮືອນຖືກດີນຖະຫຼົ່ມ (ມີຄລິບ)
ວິດີໂອບັນທຶກຈາກເຈົ້າໜ້າທີ່ກູ້ໄພສະຫະລັດລະຫວ່າງການຊ່ວຍເຫຼືອຄອບຄົວທີ່ມີ 5 ຄົນ ແລະ ໝາອີກ 2 ໂຕ ທີ່ໄດ້ຮັບຜົນກະທົບຈາກດີນຕົມ ທີ່ຖະຫຼົ່ມຈົນຕິດຢູ່ໃນເຮືອນທີ່ເມືອງຊານຕ່າ ບາບາລ່າ ທາງຕອນໃຕ້ຂອງຄາລິຟໍເນຍ ເຊີ່ງຍອດຜູ້ເສຍຊີວິດມີ 17 ຄົນແລ້ວ.
ເຈົ້າໜ້າທີ່ກູ້ໄພໄດ້ໃຊ້ຍົນເຮລິຄັອບເຕີ ຮັບເອົາໂຕເດັກນ້ອຍ 3 ຄົນ ພໍ່ແມ່ ແລະ ໝາອີກ 2 ໂຕທີ່ຕິດຄ້າງຢູ່ໃນເຮືອນໄດ້ຢ່າງທັນເວລາ. ເຫດການດີນຖະຫຼົ່ມນີ້ເຊື່ອວ່າເກີດຈາກການທີ່ບໍ່ມີຕົ້ນໄມ້ຊ່ວຍຊະລໍນຳ້ທີ່ໄຫຼມາແຮງຈາກພູຜາ ເນື່ອງຈາກຕົ້ນໄມ້ສ່ວນໃຫຍ່ຖືກໄຟໄໝ້ຈຳນວນຫຼາຍໃນປາຍປີທີ່ຜ່ານມາ.


Post a Comment