ຂີ້ເມົາຣັດເຊຍຫຼີ້ນຂອງໃຫຍ່ ລັກລົດຖັງຫຸ້ມເກາະຕໍາຮ້ານຄ້າ ເພື່ອລັກໄວນ໌ພຽງຂວດດຽວ(ມີຄລິບ)


ສໍານັກຂ່າວຕ່າງປະເທດລາຍງານ ຊາຍຊາວຣັດເຊຍ ກໍ່ເຫດລັກລົດຖັງຫຸ້ມເກາະຈາກລານເຝິກມໍເຕີສະປອດສ່ວນບຸກຄົນ ແລ້ວຂັບລົດຜ່ານປ່າເຂົ້າສູ່ເມືອງ ອາປາຕຕິຕີ ເມືອງນ້ອຍໆ ທາງພາກຕະເວັນຕົກສຽງເໜືອຂອງຣັດເຊຍ ກ່ອນທີ່ລາວຈະເສຍການຄວບຄຸມຈົນຕໍາກັບລົດອີກຄັນແລະພຸ່ງເຂົ້າຕໍາກັບຮ້ານສະດວກຊື້ແຫ່ງໜື່ງຈົນໄດ້ຮັບຄວາມເສຍຫາຍ

ພະຍານຜູ້ຢູ່ໃນເຫດການລະບຸວ່າ ຊາຍຜູ້ກໍ່ເຫດຢູ່ໃນສະພາບເມົາຫຼາຍ ຂະນະທີ່ຄລິບວີດີໂອຖືກເຜີຍແຜ່ທາງອອນໄລນ໌ກໍສະແດງໃຫ້ເຫັນວ່າ ຊາຍຄົນນີ້ປີນອອກຈາກລົດ ກ່ອນຈະກວດສວບຄວາມເສຍຫາຍແລະຍ່າງເຂົ້າໄປໃນຮ້ານຜ່ານແວ່ນທີ່ແຕກ ໂດຍທີ່ຄົນອື່ນໃນບໍລິເວນນັ້ນບໍ່ຄ່ອຍແຕກຕື່ນຫຼືຕົກໃຈກັບເຫດການທີ່ເກິດຂື້ນເລີຍ ແລະໃນເວລາຕໍ່ມາຊາຍຄົນດັ່ງກ່າວຖືກຕໍາຫຼວດຈັບຂໍ້ຫາຄອບຄອງໄວນ໌ 1 ຂວດທີ່ລັກມາ ໂດຍທີ່ລາວບໍ່ຂັດຂືນການຈັບກຸມ
ຄລິບ:

ไม่มีความคิดเห็น