ປັ່ນປ່ວນແຫຼມເກົາຫຼີ!! ສະຫະລັດ ຕົກລົງຂາຍຂີປະນາວຸດ Standard Missile-3 ໃຫ້ຍີ່ປຸ່ນເພີ່ມ ເພືອກອບໂກຍເງິນເຂົ້າປະເທດອີກມະຫາສານ



ສໍານັກຂ່າວຕ່າງປະເທດ ລາຍງານໃນວັນທີ່ 10 ມັງກອນ 2018 ທີ່ຜ່ານມາ ທາງດ້ານສໍານັກງານຄວາມຮ່ວມມືກ້ານຄວາມໝັ້ນຄົງປອດໄພປ້ອງກັນແຫ່ງສະຫະລັດ (DSCA) ເຊິ່ງເປັນໜ່ວຍງານລັດຖະບານ ທີ່ເຮັດໜ້າທີ່ ດູແລໍາໜ່າຍອາວຸດໃຫ້ກັບຕ່າງປະເທດ ໄດ້ອອກຂ່າວປະຊາສໍາພັນໂດຍລະບຸວ່າທາງສະຫະລັດ ໄດ້ສ້າງຂໍ້ຕົກລົງຊື້-ຂາຍ ຂີປະນາວຸດ Standard Missile-3 ລຸ່ນ Block IIA ຈໍານວນ 4 ລູກໃຫ້ກັບຍີ່ປຸ່ນ

 ເຊີ່ງລວມທໍ່ຍິງຂີປະນາວຸດ Mk 29 ຈໍານວນ 4 ທໍ່ ແລະຍັງໄດ້ຮ້ອງຂໍຄວາມຊ່ວຍເຫຼືອຈາກສະຫະລັດໃຫ້ດູແລດ້ານເທັກນິກແລະວິສະວະກອນລວມເຖິງບຸກຄະລາກອນການໃຊ້ງານເບື້ອງຕົ້ນ ໂດຍການຊື້ຂາຍຄັ້ງນີ້ມີມູນຄ່າສູງເຖິງ 133.3 ລ້ານໂດລ່າ
ຈາກສະຖານະການຄວາມຄັດແຍ້ງໃນແຫຼມເກົາຫຼີ ການພັດທະນາຂີປະນາວຸດແລະການທົດສອບນິວເຄຣຍ ລວມເຖິງຂີປະນາວຸດພິໄສໄກຂ້າມທະວີບຂອງເກົາຫຼີເໜືອ ເຮັດໃຫ້ຍີ່ປຸ່ນ ພະຍາຍາມຊອກຫາມາດຕະການປ້ອງກັນເພີ່ມຂື້ນ ໂດຍເສີມຄວາມເຂັ້ມແຂງໃຫ້ປະເທດ ໂດຍທີ່ຜ່ານມານັ້ນຍີ່ປຸ່ນຈັດຊື້ແລະປະຈໍາການລະບົບຕໍຕ້ານຂີປະນາວຸດ Aegis Ashore ເອຈິສ ອະຊໍ ປະຈໍາການພາກພື້ນດິນຈາກສະຫະລັດຈໍານວນ 2 ຊຸດ ເປັນເງິນກວ່າ 2.000 ລ້ານໂດລ່າ



ເຊິ່ງທີ່ຜ່ານມາໂຄສົກກະຊວງການຕ່າງປະເທດຣັດເຊຍກ່າວວ່າ ການຕິດຕັ້ງລະບົບປ້ອງກັນຂີປະນາວຸດຂອງສະຫະລັດ ໃນຍີ່ປຸ່ນສົ່ງຜົນກະທົບໃນທາງລົບຕໍ່ຄວາມສໍາພັນລະຫວ່າງຍີ່ປຸ່ນກັບຣັດເຊຍ

ไม่มีความคิดเห็น