ສະຫະລັດຍອມຮັບວ່າ ກໍາລັງກໍ່ຕັ້ງກອງກໍາລັງໃໝ່ໃນຊີເຣຍ ຫຼັງຈາກຖືກເປີດເຜີຍກໍາລັງຟື້ນນັກຮົບໄອເອສຄັ້ງໃໝ່


ສໍານັກຂ່າວຕ່າງປະເທດ ລາຍງານໃນວັນທີ່ 14 ມັງກອນ 2018 ກໍລະນີ ກຸ່ມພັນທະມິດທີ່ນໍາໂດຍສະຫະລັດ ທີ່ອ້າງວ່າກໍາລັງຕໍ່ສູ້ກັບກຸ່ມກໍ່ການຮ້າຍໄອເອສກໍາລັງດໍາເນີນການກໍ່ຕັ້ງກອງກໍາລັງຄວາມໝັ້ນຄົງຊາຍແດນ ເຊິ່ງຄາດໝາຍວ່າ ຈະກໍ່ຕັ້ງກອງກໍາລັງດັ່ງກ່າວ ທາງເໜືອຂອງປະເທດຊິເຣຍໂດຍຈະມີກໍາລັງພົນໃນສັງກັດກວ່າ 30,000ຄົນ

ຂ່າວດັ່ງກ່າວຖືກເປີດເຜີຍໂດຍ ພ.ອ.ໄຣອັນ ດິລລອນ ໂຄສົກກຸ່ມພັນທະມິດໃນຊີເຣຍໄດ້ໃຫ້ຂໍ້ມູນວ່າຂະນະນີ້ການສູ້ຮົບກັບກຸ່ມໄອເອສແລະກຸ່ມພັນທະມິດໃນພື້ນທີ່ທາງເໜືອຂອງຊິເຣຍນັ້ນໄດ້ຫຼຸດລົງຢ່າງຕໍ່ເນື່ອງ ດັ່ງນັ້ນທາງສະຫະລັດແລະພັນທະມິດໄດ້ປ່ຽນແຜນການໂດຍໃຫ້ການດູແລຄວາມປອດໄພໃຫ້ກໍາກອງກໍາລັງຝ່າຍປະຊາທິປະໄຕຊາວຊີເຣຍໄດ້ດໍາເນີນການໃນການດເເລຄວາມປອດໄພໃນຊາຍແດນເຊິ່ງມີເປົ້າໝາຍໃນການຈັດຕັ້ງກອງກໍາລັງດັ່ງກ່າວ ໂດຍໃຊ້ກໍາລັງຄົນ 30,000 ຄົນ

ກອງກໍາລັງຝ່າຍປະຊາທິປະໄຕຊາວຊີເຣຍ ນັ້ນເປັນການລວມກຸ່ມຄົນທີ່ເປັນຊາວເຄີຣ໌ແລະຊາວອາຫຼັບ ລວມເຖິງກຸ່ມຕິດອາວຸດ ເຂົ້າມາເຝິກການປະສານງານ ການເຂົ້າໂຈມຕີທາງອາກາດ ມີທະຫານໜ່ວຍຮົບພິເສດເປັນທີ່ປຶກສາ ລວມເຖິງການໄດ້ຮັບອາວຸດຍຸດໂທຈາກສະຫະລັດ
ເລື່ອງດັ່ງກ່າວໄດ້ສ້າງຄວາມບໍ່ໃຈໃຫ້ກັບຕູລະກີເປັນຢ່າງນິ່ງ ເຊິ່ງໄດ້ອອກຖະແຫຼງການວ່າສະຫະລັດແລະພັນທະມິດກໍາລັງຮອງຮັບກຸ່ມກໍ່ການຮ້າຍໃຫ້ຖືກຕ້ອງຕາມກົດໝາຍ ເນື່ອງຈາກຕູລະກີໄດ້ຂື້ນທະບຽນກອງກໍາລັງຕິດອາວຸດຊາວເຄີຣ໌ນັ້ນເປັນກຸ່ມກໍ່ການຮ້າຍ


ສ່ວນຝ່າຍກອງກໍາລັງຝ່າຍປະຊາທິປະໄຕຊາວເຄິຣ໌ອອກຖະແຫຼງການຢືນຢັນໂດຍເຈົ້າໜ້າລະດັບສູງວ່າການກໍ່ຕັ້ງກໍາລັງຄວາໝັ້ນຄົງຂື້ນມາແລະບອກວ່າການເຝິກອົບຮົມໄດ້ເລິ່ມຕົ້ນຂື້ນແລ້ວ ກອງກໍາລັງທີ່ຖືກຈັດຂື້ນມາໃໝ່ນີ້ຈະຖືກສົ່ງໄປປະຈໍາການຕາມຊາຍແດນລະຫວ່າງຊີເຣຍກັບຕຸລະກີແລະພື້ນທີ່ຕິດໃກ້ກັບພື້ນທີ່ກອງກໍາລັງຝ່າຍລັດຖະບານຊີເຣຍຢຶດຄອງ 

ไม่มีความคิดเห็น