ເກີດເຫດກໍ່ການຮ້າຍ ລະເບີດຂ້າຕົວຕາຍໃນປະເທດອີຣັກ ເສຍຊີວິດ 25 ບາດເຈັບຈໍານວນຫຼາຍ(ມີຄລິບ)
ມີການລາຍງານຈາກສໍານັກຂ່າວຕ່າງປະເທດວ່າ
ເກີດເຫດການລະເບີດຂ້າຕົວຕາຍ 2 ຄັ້ງຕິດຕໍ່ກັນໃນ ຈະຕຸລັດເຕຍ໌ຢາຣັນສະແຄວຣ໌
ໃຈກາງກຸງແບກແດດ ປະເທດອີຣັກ ມີຜູ້ເສຍຊີວິດຢ່າງໜ້ອຍ 25 ຄົນແລະບາດເຈັບ 63 ຄົນ
ທາງດ້ານເຈົ້າໜ້າໄດ້ເຜີຍວ່າ
ການໂຈມຕີລັກສະນະນີ້ຖືວ່າເປັນຄັ້ງທີ່ສອງໃນເມືອງຫຼວງຂອງອີຣັກໃນຮອບສາມວັນທີ່ຜ່ານມາ
ໂດຍຜູ້ກໍ່ເຫດຂ້າຕົວຕາຍທີ ຈະຕຸລັດເຕຍ໌ຢາຣັນສະແຄວຣ໌ເປັນສູນກາງການຄ້າຂາຍແລະສະຖານທີ່ຄົນໄປມາຫຼາຍ
ບັນດາຜູ້ໃຊ້ແຮງງານຈະມາລວມກັນໃນຕອນເຊົ້າເພື່ອຊອກວຽກແລະສະຖານທີ່ແຫ່ງນີ້ ເຊິ່ງໃນອາດີດສະຖານທີ່ແຫ່ງນີ້ເຄີຍຖືກຖືກໂຈມຕີຫຼາຍຄັ້ງໃນອາດີດ
ແຕ່ບໍ່ມີກຸ່ມໃດອອກມາຮັບຜິດຊອບ ແຕ່ລັກສະນະການໂຈມແບບນີ້ຄາດວ່າເປັນສີມືຂອງກຸ່ມກໍ່ການຮ້າຍ
ຫຼັງຈາກທີ່ອີຣັກປະກາດໄຊຊະນະໃນເດືອນທີ່ຜ່ານມາ ເຊິ່ງສາມາດເຂົ້າຄວບຄຸມເກືອບໜຶ່ງໃນສາມຂອງຣັກ
ແຕ່ມັງນີ້ກຸ່ມກໍ່ຮ້າຍກໍຍັງເຄື່ອນໄຫວຢູ່ຫຼາຍພື້ນທີ່ຂອງປະເທດ
ຄລິບ:



Post a Comment