ນາງອອງຊານ ຊູຈີ ກຽມສືບສວນເຫດການຕາຍຂອງຊາວໂຣຮິນຈາ
ນາງອອງຊານ
ຊູຈີ ຖະແຫຼງການຜ່ານໜັງສືພິມໂກລບອລ ນິວໄລທ໌ ອອຟ ມຽນມ້າ ໃນວັນທີ່ 13 ມັງກອນວ່າ ການເຮັດໜ້າສືບສວນການເສຍຊີວິດຂອງຊາວໂຣຮິນຈາ
10 ສົບທີ່ພົບໃນມຽນມ້າໃນຂຸມຝັງຂະໜາດໃຫຍ່ໃນລັດຢະໄຂ່ ລັດຖະບານກໍາລັງເຮັດໄປຕາມຂັ້ນຕອນ
ເຖິງວ່າມີບງຄົນອາດເປັນຫ່ວງ ແຕ່ກໍເຊື່ອວ່າການສືບສວນຄັ້ງນີ້ຈະຊ່ວຍປ້ອງກັນບໍ່ໃຫ່ເຫດການແບບນີ້ເກີດຂື້ນອີກ
ໃນວັນດຽວກັນກອງທັບກູ້ຊາດອາຣະກັນ
ໂຣຮິນຈາ ທະວິດຂໍ້ຄວາມຢືນຢັນວ່າ ຜູ້ເສຍສຊີວິດ 10 ສົບ ບໍ່ແມ່ນສະມາຊິກຫຼືກ່ຽວຂ້ອງອັນໃດກັບກຸ່ມກູ້ຊາດອາຣະກັນ
ໂຣຮິນຈາ ແຕ່ເປັນພົນລະເມືອງຜູ້ບໍລິສຸດ ຂະນະດຽວກັນ ໂຄສົກລັດຖະບານມຽນມ້າກໍ່ອອກໂຕ້ຕອບວ່າບາງຄັ້ງກຸ່ມກໍ່ການຮ້າຍກັບຊາວບ້ານກໍ່ເປັນພັນທະມິດກັນໂຈມຕີກອງກໍາລັງຄວາມໝັ້ນຄົງຂອງມຽນມ້າ

Post a Comment