ມັນຄືຍຸດທະສາດ!ຈີນນໍາເສດຖະກິດສູ່ຢູເຄຣນ ສ່ວນສະຫະລັດມຸ່ງໝາຍຂາຍຈະລວດທໍາລາຍລົດຖັງໃຫ້ຢູເຄຣນ


ໃນຂະນະທີ່ສະຫະລັດກໍາລັງຈະຂາຍລູກສອນໄຟທໍລາຍລົດຖັງຫຸ້ມເກາະໃຫ້ຢູເຄຣນແລ້ວ ແຕ່ຈີນເລີ່ມໂຄງການສ້າງໂຄງສ້າງພື້ນຖານໃໝ່ໆຂື້ນທົ່ວຢູເຄຣນແລ້ວລວມໄປເຖິງການພາຍໃຕ້ແນວຄິດເສັ້ນທາງສາຍໄໝໃນສັດຕະວັດທີ່ 21 ຂອງຈີນ ຜູ້ຊ່ຽວຊານດ້ານຍຸດທະສາດອະທິບາຍວ່າເປັນການແຂ່ງກັນສ້າງອິດທິພົນໃນຢູເຄຣນ

ໃນວັນທີ່ 22 ທັນວາ ຄະນະບໍລິຫານຂອງປະທານາທິບໍດີໂດນັລ ທຣໍ້າ ໄດ້ອານຸມັດແຜນການຈັດສັນອາວຸດຮ້າຍແຮງເຊິ່ງໜຶ່ງໃນນັ້ນຄືລະບົບຂີປະນາວຸດທໍລາຍລ້າງລົດຖັງນໍາວິຖີແຈຟລິນ (Javelin) ທີຢູເຄຣນຕ້ອງການນໍາມາໃຊ້ເພີ່ມການປ້ອງກັນລົດຖັງທີ່ແລ່ນຜ່ານທາງຕະເວັນອອກຂອງປະເທດ ໃນຊ່ວງເວລາແຫ່ງຄວາມຄັດແຍ້ງແລະໄດ້ຂ້າຊີວິດຜູ້ຄົນໄປແລ້ວຫຼາຍກວ່າ 10,000 ຄົນຕັ້ງແຕ່ປີ 2014 ແລະໃນເດືອນທັນວາສະຫະລັດໄດ້ອານຸມັດຂໍ້ຕົກລົງມູນຄ່າ 41,5ລ້ານຫຼຽນສະຫະລັດຂອງບໍລິດສັດຜພລິດອາວຸດເອກະຊົນໃນລັດເທນເນສຊີ ວ່າດ້ວຍການຂາຍປືນໄຣເຟີຊຸ່ມຍິງ ກະສຸນແລະອຸປະກອນເສີມຕ່າງໆໃຫ້ກັບຢູເຄຣນແລະກ່ອນໜ້ານີສະຫະລັດຍັງໃຫ້ການະໜັບສະໜູນອຸປະກອນແລະການເຝິກອົບຮົມໃຫ້ແກ່ຢູເຄຣນອີກດ້ວຍ

ໃນຂະນະດຽວກັນທີ່ຂ່າວຄ້າອາວຸດຢູເຄຣນຂອງສະຫະລັດ ຍັງບໍ່ໄດ້ຖືກຕອບໂຕ້ຈາກຣັດເຊຍ ໂຄງການໂຄງສ້າງພື້ນຖານຕ່າງໆຂອງຈີນໃນຢູເຄຣນກໍເລີ່ມດໍາເນີນການໃນຊ່ວງເວລາດຽວກັນ

ແລະມີການປະກາດປັນໂຄງການຮ່ວມມູນຄ່າ 7 ພັນລ້ານຫຼຽນສະຫະລັດລະຫວ່າງຈີນແລະຢູເຄຣນ ນອກຈາກນີ້ຍັງໄດ້ລົງນາມສ້າງແຜນການຮ່ວມກັນໃນໂຄງການເສັ້ນທາງສາຍໄໝທາງທະເລອີກດ້ວຍແລະໃນວັນທີ່ 28 ທັນວາ2017 ທີ່ຜ່ານມາ ຢູເຄຣນປະກາດວ່າ ຈີນແລະຢູເຄຣນຕົກລັງທີ່ຈະສ້າງທ່າເຮືອ ທາງຫຼວງ ທາງລົດໄຟ ແລະອື່ນໆອີກຫຼາຍໂຄງການ

ไม่มีความคิดเห็น