ອິນເດຍສໍາເລັດ ການທົດສອບຂີປະນາວຸດຂ້າມທະວີບ ຕິດຫົວຮົບນິວເຄຣຍ ພິໄສໄກ ເປົ້າໝາຍຄືຈີນ ປາກີສະຖານ(ມີຄລິບ)
ສໍານັກຂ່າວຕ່າງປະເດລາຍງານໃນວັນທີ່
18 ມັງກອນ 2018 ກໍລະນີທາງດ້ານກະຊວງປ້ອງກັນປະເທດຂອງອິນເດຍ
ໄດ້ອອກມາລະບຸວ່າຂີປະນາວຸດຈາກພື້ນສູ່ພື້ນອັກນີ5 (Agni-5)
ເຊິ່ງຖືວ່າເປັນຂີປະນາວຸດທີ່ລໍ້າສະໄໝທີ່ສຸດຂອງອິນເດຍ ຖືກຍິງອອກໄປຈາກຖານຍິງໃນເກາະອັບດຸນຄາລາມ ໃນລັດໂອຣິສລາ
ທາງຕາເວັນອອກຂອງປະເທດໃນຊ່ວງເຊົ້າຂອງວັນທີ່ 18 ມັງກອນ 2018 ທີ່ຜ່ານມາ
ເຊິ່ງຂີປະນາວຸດຈາກພື້ນສູ່ພື້ນອັກນີ5 (Agni-5) ທີລໍ້າສະໄໝທີ່ສຸດຂອງອິນເດຍ ໃນບັນດາຊີຣິ່ອັກນີກວ່າ 3,000 ໄມລ໌ ເຊິ່ງໄລຍະດັ່ງກ່າວນັ້ນ ເຮັດໃຫ້ປາກີສະຖານແລະຈີນບາງສ່ວນຢູ່ໃນພິໄສຂອງຂີປະນາວຸດຂ້າມທະວີບ
ຂີປະນາວຸດຈາກພື້ນສູ່ພື້ນອັກນີ5 ຜ່ານການທົດສອບມາແລ້ວ 5 ຄັ້ງຕັ້ງແຕ່ປີ
2012 ແລະຄັ້ງລ່າສຸດໃນທ້າຍປີທີ່ຜ່ານມາ
ຂະນະດຽວກັນບັນດານັກວິເຄາະເບິ່ງວ່າການຍິງທົດສອບຄັ້ງນີ້ຈະຊ່ວຍເພີ່ມແສນຍານຸພາບຂີປະນາວຸດຜະລິດເອງແລະປ້ອງກັນຂອງອິນເດຍໄດ້ຫຼາຍຂຶ້ນ
ສ່ວນທາງດ້ານສະຫະພັນນັກວິທະຍາສາດຂອງອິນເດຍຄາດໝາຍວ່າອິນເດຍມີຫົວຮົບນິວເຄຣຍທີ່ຕ້ອງກໍາຈັດ
120-130 ລູກ ທຽບບໍ່ໄດ້ເລີຍກັບສະຫະລັດທີ່ຄອບຄອງຫຼາຍພັນລູກ
ການທົດສອບດັ່ງກ່າວໄດ້ຮຽກຮ້ອງສຽງປະນາມຢ່າງໜັກຈາກຈີນແລະປາກີສະຖານ
ເນື່ອງຈາກທັງສອງປະເທດເປັນຄູ່ທີ່ມີບັນຫາກັນທາງພູມິສາດຂອງອິນເດຍ
ຄວາມສໍາພັນລະຫວ່າງອິນເດຍແລະຈີນ
ຊຸດໂສມໜັກຫຼັງຈາກທີຈີນໄດ້ຂະຫຍາຍທາງຕາມແຄມຊາຍແດນຈນ ອິນເດຍແລະພູຖານ ເຊິ່ງທາງອິນເດຍໄດ້ຄັດຄ້ານເລື່ອງນີ້ຢ່າງໜັກແລະນໍາພາສູ່ການປະເຊີນໜ້າລະຫວ່າງທະຫານທັງສອງປະເທດຫຼາຍຄັ້ງ
ຄລິບ:




Post a Comment