ກຸ່ມຕິດອາວຸດໂຣຮິນຢາ ດັກຊຸ່ມໂຈມຕີຂະບວນລົດທະຫານພະມ້າ
ໃນວັນທີ່ 6 ມັງກອນ
ເອເອຟພີລາຍງານວ່າກອງທັບພະມ້າ ຖືກກອງກໍາລັງປົດປ່ອຍອາຣ໌ຊາ ກຸ່ມຕິດອາວຸດຊາວໂຣຮິນຢາ
ດັກຊຸ່ມໂຈມຕີຂະບວນລົດເຈົ້າໜ້າທີ່ຄວາມໝັ້ນຄົງ ເຮັດໃຫ້ເຈົ້າໜ້າທີ່ຄວາມໝັ້ນຄົງພະມ້າ 2
ຄົນ ພ້ອມກັບຄົນຂັບລົດ 1 ຄົນ ໄດ້ຮັບບາດເຈັບ ໃນລັດຢະໄຂ່ທາງພາກເໜືອຂອງປະເທດ ນັບວ່າເປັນການໂຈມຕີຄັ້ງທໍາໃນຮອບຫຼາຍເດືອນ
ເຫດເກີດໃນວັນສຸກຕອນເຊົ້າ
ມີນັກຮົບໂຣຮິນຢາຊຸ່ມໂຈມຕີລົດທີເດີນທາງຜ່ານລັດຢະໄຂ່ ໂດຍໃຊ້ອາວຸດປືນແລະລະເບີດເຮັດເອງ
ເຈົ້າໜ້າທີ່ຄວາມໝັ້ນຄົງຈື່ງຕອບໂຕ້ ເຮັດໃຫ້ຜູ້ກໍ່ການຮ້າຍຖອຍ

Post a Comment