ນໍ້າຕາຊິໄຫຼ!ໝາຊື່ສັດນອນເຝົ້າຂຸມຝັງສົບເຈົ້າຂອງບໍ່ຍອມໜີ(ມີຄລິບ)
ຕາມການລາຍງານຂອງສໍານັກຂ່າວເມໂທຣ
ໝານ້ອຍຊື່ ເດຕາ ຕົວອາໄສຢູ່ກັບແມ່ຕູ້ຄົນໜື່ງອາຍຸ 86 ປີໃນນິວຢອກມາດົນເຖິງ 5 ປີ
ກ່ອນທີ່ເຈົ້າຂອງຈະເສຍຊີວິດໃນເດືອນ ກັນຍາ 2017 ເຮັດໃຫ້ມັນຕ້ອງຢູ່ໃນຄວາມດູແລຂອງນາງ
ເທເຣຊ່າ ໄມຣິນີ ຜູ້ເປັນລູກສາວນັບແຕ່ນັ້ນເປັນມາ
ໝານ້ອຍຕົວນີ້ສະແດງຄວາມໃຫ້ເຫັນຄວາມຊື່ສັດແລະຄວາມຄິດຮອດທີ່ມັນມີຕໍ່ເຈົ້າຂອງເກົ່າເມື່ອ
ນາງ ເທເຣຊ່າ ພາມັນໄປຢາມຂຸມຝັງສົບພໍ່ແລະແ່ຂອງລາວ ໃນເດືອນ ພະຈິກ
ໝານ້ອຍຕົວນີ້ກໍແລ່ນໄປນອນຂົດຢູ່ໃກ້ກັບປ້າຍຝັງສົບທັນທີ
ເມື່ອຮອດເວລາກັບ
ນາງເທເຣຊ່າເອີ້ນໝານ້ອຍຕົວນີ້ກັບທໍາອິດກໍ່ຍ່າງນໍາມາ ແຕ່ເມືອ ນາງ
ເທເຣຊ່າກັບມາຮອດລົດແລ້ວຫຼຍວກັບໄປປາກົດວ່າມັນຍັງກັບໄປນອນເຝົ້າຂຸມຝັງສົບ ແລະຕອນນີ້ເອີ້ນແນວໃດມັນກໍບໍ່ກັບຈົນຕ້ອງໃຫ້ຜົວຂອງນາງໄປອູ້ມກັບມາ
ຄລິບ:

Post a Comment