ຈີນເປີດຕົວ ລົດໄຟລາງແຂວນ ເພື່ອຫຼຸດບັນຫາການຈາລະຈອນຕິດຄັດ
ໃນວັນທີ່ 17 ມັງກອນ
2018 ສໍານັກຂ່າວຊິນຫົວລາຍງານວ່າ ກຸ່ມບໍລິສັດ ຈົງຖັງ ສະກາຍເຣລເວຍຸ ຈໍາກັດ
ຜູ້ຜະລິດລົດໄຟຟ້າລະບົບແຂວນທີ່ໃຊ້ພະລັງງານແບັດເຕີຣີລິທຽມ ຮ່ວມກັບບໍລິສັດຂອງລັດຖະບານຈີນໃນປີ
2016 ລາຍງານການຜະລິດລົດໄຟດັ່ງກ່າວ ຕອນນີ້ຢູ່ລະຫວ່າງການພັດທະນາເພື່ອນໍາໃຊ້ທາງທຸລະກິດພານິດ
ໃນມົນທົນເສສວນ
ສໍາຫຼັບລົດໄຟລາງແຂວນນີ້
ຢູ່ສູງຈາກພື້ນ 5 ແມັດ ສາມາດແລ່ນດ້ວຍຄວາມໄວ 65 ກິໂລແມັດຕໍ່ຊົ່ວໂມງແລະຖືເປັນຕົວເລກທີ່ດີໃນການຂົນສົ່ງທີ່ສາມາດແກ້ໄຂບັນການຈາລະຈອນຕິດຄັດແລະການເກີດມີການບັງໃນຈຸດຊົມວິວຕ່າງໆ
ທ່ານ ຖັງຕັງ ປະທານບໍລິສັດລົດໄຟດັ່ງກ່າວຜ່ານການທົດສອບເທິງເສັ້ນທາງລົດໄຟມາແລ້ວຫຼາຍກວ່າ
18,000 ກິໂລແມັດ ນອກຈາກນີ້ທາງບໍລິສັດຍັງໄດ້ດໍາເນີນການພັດທະນາມາດຕະຖານດ້ານເທັກນິກອີກຫຼວງຫຼາຍ
ເຊິ່ງໃນວັນທີ່15ມັງກອນ2018 ທີ່ຜ່ານມາຄະນະຜູ້ແທນຈາກປະເທດກໍາປູເຈຍເດີນທາງໄປເມືອງເສີງຕູ
ທ່ານ Seang Bunleang ສະມາຊິກຄົນໜື່ງຂອງຄະນະຜູ້ແທນໄດ້ກ່າວສະແດງຄວາມຫວັງວ່າ
ວິທີການຂົນສົ່ງແບບໃໝ່ນີ້ຈະຖືກນໍາເຂົ້າມາໃນນະຄອນພະນົມເປັນ ເມືອງຫຼວງຂອງປະເທດກໍາປູເຈຍແລະຍັໄດ້ເປີດເຜີຍອີກວ່າ ທາງບໍລິສັດກໍາລັງເຮັດວຽກກັບຫຸ້ນສ່ວນກໍປູເຈຍກ່ຽວກັບການສົ່ງອອກລະບົບລາງແຂວນຢູ່ໃນຂະນະນີ້
ເຊິ່່ງມີນັກທຸລະກິດຈາກປະເທດອື່ນໆເຊັ່ນ: ສະຫະລັດອາເມຣິກາແລະອີຕາລີ
ທີສະແດງຄວາມສົນໃຈທີ່ຈະໃຫ້ຄວາມຮ່ວມໃນໂຄງການນີ່້




Post a Comment