ຖືກຍິງຕາຍ 7 ຫຼັງຊາວບ້ານພຸດກໍ່ເຫດປ່ວນເຂົ້າຍຶດຫ້ອງການລັດ ລັດຍະໄຂ່ ປະເທດມຽນມາ

ເຫດການເກີດຂື້ນຕອນຄໍ່າຂອງວັນທີ່ 16 ມັງກອນ ເມື່ອກຸ່ມຊາວພຸດ ຊົນກຸ່ມນ້ອຍໃນລັດຍະໄຂ່ປະມານ 5000 ຄົນລວມຕົວກັນໃນງານປະຈຳປີ ເພື່ອລຳລືກການສີ້ນສຸດຂອງລາດຊະອານາຈັກ ອາຣະກັນ ກວ່າ 200 ປີທີ່ແລ້ວ ໄດ້ພະຍາຍາມເຂົ້າຍຶດຕຶກສຳນັກງານຂອງລັດ ຮຽກຮ້ອງອະທິປະໄຕໃຫ້ແກ່ລັດຍະໄຂ່ຈົນເກີດການປະທະກັບເຈົ້າໜ້າທີ່ ເຊີ່ງເຈົ້າໜ້າທີ່ໄດ້ໃຊ້ລູກປືນຢາງຍິງຂູ່ແລ້ວແຕ່ບໍ່ໄດ້ຜົນຈຶ່ງຕ້ອງໃຊ້ລູກປືນແທ້.
ເຫດການຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ ບາດເຈັບ 13 ຄົນ ແລະ ເຈົ້າໜ້າທີ່ບາດເຈັບ 20 ຄົນ. ຂະນະນີ້ເຫດການຢູ່ໃນການຄວບຄຸມຂອງເຈົ້າໜ້າທີ່ແລ້ວ ແລະ ໄດ້ມີການສົ່ງກຳລັງຝ່າຍຄວາມໝັ້ນຄົງເຂົ້າໄປຮັກສາຄວາມສະຫງົບໃນພື້ນທີ່ດັ່ງກ່າວແລ້ວ.
ສາເຫດຂອງການຊຸມນຸມແມ່ນຍັງບໍ່ແນ່ໃຈ ແຕ່ອາດເກີດຂື້ນຈາກການຕໍ່ຕ້ານ ກຸ່ມຄົນມຸດສະລິມໂລຫິງຢາທີ່ຈະກັບມາໃນລັດຍະໄຂ່ເພາະເຫດການເກີດຂື້ນມື້ດຽວກັບລັດຖະບານມຽນມາ ກັບລັດຖະບານບັງກະລາເທດລົງນາມໃນຂໍ້ຕົກລົງສົ່ງ ຄົນໂລຫິງຢາກັບມຽນມາຈຳນວນກວ່າ 655,000 ຄົນ.



Post a Comment