ກອງທັບຈີນຊ້ອມຮົບໜັກ ຫຼັງຈາກ ສີ ຈີ້ນຜິງ ສັ່ງກອງທັບກຽມພ້ອມເຮັດສົງຄາມ ແລະຕ້ອງຊະນະເທົ່ານັ້ນ(ມີຄລິບ)


ສື່ຕ່າງປະເທດລາຍງານໃນວັນທີ່ 11 ມັງກອນ 2018 ກໍລະນີທາງດ້ານ ກອງທັບອາກາດແຫ່ງກອງທັບປົດປ່ອຍປະຊາຊົນຈີນຫຼື ພີແອລອີ ໄດ້ດໍາເນີນການຊ້ອມປານເກີດຂື້ນຈິງ ກອງທັບລະບຸວ່າມີເຮືອບິນຫຼາກຫຼາຍລຸ່ນເຂົ້າຮ່ວມຊ້ອມຮົບດັ່ງກ່າວເຊັ່ນ: ເຮືອບິນຂັບໄລ່ລ່ອງຫົນເຈ-20 (J-20) ເຮືອບິນຂົນສົ່ງທະຫານວາຍ-20 (Y-20) ເຮືອບິນຂັບໄລ່ໂຈມຕີເຈ-16 (J-16) ເຮືອບິນຂັບໄລ່ນໍ້າໜັກເບົາເຈ-10ຊີ (J-10C)  ແລະເຮືອບິນຖິ້ມລະເບີດເອຊ-6ເຄ (H-6K)

ປະທານາທິບໍດີ ສີ ຈີ້ນຜິງໄດ້ເດີນທາງເດີນຢ້ຽມຢາມ ກອງບັນຊາການກາງພີແອລເອ ໃນມົນທົເກີເປ່ຍ ທາງພາກເໜືອຂອງປະເທດໃນວັນທີ່ 3 ມັງກອນໂດຍໃຫ້ຄໍາໂອວາດວ່າ: ທະຫານກອງທັບຈີນບໍ່ຄວນຢ້ານຕາຍຫຼືຢ້ານກົວວຽກໜັກ ພ້ອມຮຽກຮ້ອງໃຫ້ ພີແອລເອ ເດີນໜ້າປັບປຸງຂີດຂັ້ນສະມໍຮົບ ເລັ່ງການວິໄຈເພື່ອເຂົ້າສູ່ສົງຄາມເທັກໂນໂລຢີຂັ້ນສູງແລະທໍາການເຝິກຊ້ອມແບບສູ້ຮົບຈິງ ລວມເຖິງຕ້ອງຮີບກໍ່ຕັ້ງໜ່ວຍຮົບຊັ້ນນໍາແລະມີປະສິດທິພາບ  ທີພ້ອມສະເໝີຕໍ່ການເຮັດສົງຄາມສູ້ຮົບແລະຮັບປະກັນວ່າຈະໄດ້ຮັບໄຊຊະນະ ເພື່ອບັນລຸພາລະກິດທີ່ໄດ້ຮັບມາອບໝາຍຈາກພັກແລະປະຊາຊົນໃນຍຸກໃໝ່
 ຄລິບ:













ไม่มีความคิดเห็น