ທະຫານຣັດເຊຍ ດັງໄຟເພື່ອແຕ່ງກິນແຕ່ໂຊກຮ້າຍລາມໄໝ້ລົດຖັງຫຸ້ມເກາະຈົນໝົດຄັນ(ຊົມຄລິບ)
ເວັບໄຊເຣັນທີວີຂອງຣັດເຊຍເຜີຍແຜ່ຄລິບທະຫານຣັດເຊຍລາຍໜື່ງພະຍາຍາມດັງໄຟເພື່ອແຕ່ງກິນຈາກສະບຽງຈົນລາມໄໝ້ລົດຖັງຫຸ້ມເກາະ
BTP-82A
ເຫດເກີດຂື້ນໃນພື້ນທີ່ເຝິກທະຫານໃນແຄ້ວນອັັສຕຣາຮັນ
ພາກໃຕ້ຂອງຣັດເຊຍ ເມືອເດືອນ ພະຈິກ2017 ເຊິງທາງທະຫານຊື່ ຊີໂມນ
ແປງພື້ນທີ່ເລັກນ້ອຍແລະໃຊ້ເຄື່ອງຍິງລູກລະເບີດແລະປືນປະຈໍາຕົວເປັນເຄື່ອງມືໃນການດັງໄຟ
ແຕ່ໂຊກຮ້າຍທະຫານລາຍນີ້ດັງໄຟໃກ້ກັບລົດຖັງຫຸ້ມເກາະໃນໄລຍະ 1,5 ແມັດ ແລະມີລົມພັດມາຈົນແປວໄຟໄໝ້ລົດຫຸ້ມເກາະຢ່າງໄວ
ເນື່ອງຈາກຫຸ້ມປົກດ້ວຍຕານ່າງລາຍທະຫານຜ້າກັນນໍ້າແລະຫຍ້າແຫ້ງ ເຊິ່ງເປັນເຊື້ອໄຟຢ່າງດີ
ຄລິບ:
ໃນຄລິບໄດ້ຍິນສຽງຜູ້ບັງຄັບບັນຊາຮ້ອງດ່າດ້ວຍຄວາມບໍພໍໃຈ
ສ່ວຍທະຫານລາຍນີ້ຕອບວ່າ ຂ້ອຍຂຸດຂຸມແລະດັງໄຟເພື່ອແຕ່ງກິນ ກ່ອນທີ່ຜູ້ບັງຄັບບັນຊາຈະຖາມວ່າ
ມືງເຜົາໄປໄດ້ແນວໃດ ຢູ່ຫຼາຍຄັ້ງ
ສານທະຫານໃນແຄ້ວນອັັສຕຣາຮັນ
ສັ່ງລົງໂທດທະຫານຊີໂມນໄປປະຈໍາໜ່ວຍທະຫານບັງຄັບກົດລະບຽເປັນເວລາ 6 ເດືອນ
ໂດຍບໍ່ນັບກັບໄລຍະເວລາການເຝິກທະຫານຕາມປົກກະຕິສ່ວນຄວາມເສຍຫາຍປະມານ 28 ລ້ານຣູເບີລ
ແຕ່ສານທະຫານບໍ່ໄດ້ຕັດສິນໃຫ້ຕ້ອງໃຊ້ຄືນຄ່າເສຍຫາຍດັ່ງກ່າວ

Post a Comment