ລາວເລັ່ງລ່າແກ໊ງຂ້າເສືອໂຄ່ງ ຈັບແລ້ວ 1 ຄົນ ກຳລັງສອບສວນຫາໂຕການໃຫຍ່
ວັນທີ່ 6 ກຸມພາ 2018 ກອງກວດປ່າໄມ້ແຂວງຄຳມ່ວນ ຖະແຫຼງຜົນການຈັບໂຕ ແລະ ກວດຍຶດເສືອໂຄ່ງ 3 ໂຕ ໃນວັນທີ່ 12 ມັງກອນ ຜ່ານມາ. ຈາກການສອບສວນພົບວ່າ ເສືອທັງ 3 ໂຕຖືກຄວັດເຄື່ອງໃນອອກຈົນໝົດ ໂດຍໂຕທຳອິດ ໜັກເຖີງ 165 ກິໂລ ໜ້າຜາກຖືກລອກໜັງອອກ, ໂຕທີ່ 2 ໜັກ 151 ກິໂລ ແຂ້ວຖືກຫັກອອກ ແລະ ເລັບຕີນຂວາຖືກຖອດອອກ, ໂຕທີ່ 3 ໜັກ 118 ກິໂລ ສະພາບພາຍນອກປົກກະຕິແຕ່ເຄື່ອງໃນຖືກຄວັດອອກໝົດ.
ເຈົ້າໜ້າທີ່ສາມາດຈັບໂຕໄດ້ 1 ຄົນຄື ທ້າວ ປໍວ່າງ ສອບຖາມພົບວ່າ ເປັນພຽງຜູ້ຮັບຈ້າງຂົນຍ້າຍເສືອທັງ 3 ໂຕ ແລະ ຈະສົ່ງອອກນອກປະເທດ ເຊີ່ງຈະສືບສວນຕໍ່ວ່າໃຜເປັນຜູ້ຈ້າງເພື່ອຕິດຕາມນຳຈັບຕໍ່ໄປ.



Post a Comment