ລັດເຊຍຍ້ອງຍໍ ນັກບິນ su-25 ເປັນວີລະບຸລຸດ ຍອມລະເບີດຕົວເອງຕາຍ ເພື່ອບໍ່ໃຫ້ຖືກຈັບເປັນຕົວປະກັນ


ໃນວັນທີ 6 ກຸມພາ 2011  ສຳນັກຂ່າວຕ່າງປະເທດລາຍງານວ່າ ຈາກກໍລະນີກຸ່ມກະບົດຊີເຣຍ ຍິງເຮືອບິນຮົບລັດເຊຍsu-25 ຕົກ ທາງພາກເໜືອຂອງຊີເຣຍແລະສັງຫານນັກບິນ ຫລ້າສຸດໃນວັນທີ 5 ກຸມພາ ສື່ມວນຊົນແລະກະຊວງປ້ອງກັນປະເທດລັດເຊຍ ອອກຍ້ອງຍໍນັກບິນທະຫານລາຍນີ້ໃນຖານະວິລະບຸລຸດ

ພໍຫຼັງຈາກການ ສືບສວນພົບວ່າແທ້ຈິງແລ້ວນັກບິນບໍ່ໄດ້ຖືກກຸ່ມກະບົດສັງຫານ ແຕ່ລາວໄດ້ດືງສະຫຼັກລະເບີດມື ເພື່ອບໍ່ໃຫ້ພວກນັກຮົບກຸ່ມກະບົດຈັບໄປເປັນຕົວປະກັນ



ໃນຂະນະທີມີລາຍງານວ່າ ນຕ ຟິລິປອໍຟ ໄດ້ແຈ້ງຜູ້ບັງຄັບບັນຊາວ່າ ຖືກຍິງດ້ວຍຂີປະນາວຸດຈາກດີ້ດຕົວອອກຈາກ ເຮືອບິນໄດ້ແລະສື່ມວນຊົນຂອງລັດເຊຍ ໄດ້ລາຍງານອີກວ່າ ນາວາອາກາດຕີ ຟິລິປອໍຟ ໄດ້ກ່າວຄໍາສຸດທ້າຍກ່ອນຈົບຊີວິດວ່າ: ນີ້ ສຳໜັກພວກເຈົ້າ ກ່ອນຈະຈູດສະນວນລະເບີດຕົວເອງ

ທາງກະຊວງປ້ອງກັນປະເທດໄດ້ມອບຫຼຽນປະດັບຍົດໃນຖານະວິລະບູລຸດ ໃຫ້ແກ່ທະຫານລາຍນີ້ພ້ອມເຜີຍວ່າ ທະຫານລາຍນີ້ສູ້ຈົນລົມຫາຍໃຈສຸດທ້າຍ ເຮົາພູມໃຈໃນວິລະບຸລຸດຂອງເຮົາ


ແລະຍັງມີລາຍງານອີກວ່າຝູງບິນຮົບຂອງລັດເຊຍຍກຳລັງ ປະຕິບັດພາລະກິດໃນຊີເຣຍ ໄດ້ຮັບຄຳສັ່ງໃຫ້ຍົກລະດັບເພດານບິນເພື່ອຫຼີກລຽງການໂຈມຕີດ້ວຍຂີປະນາວຸດຕໍ່ຕ້ານອາກາດແບບຕັ້ງໃສ່ບ່າຍິງຫຼັງຈາກເຮືອບິນຮົບ su-25 ຖືກຍິງຕົກ ໄດ້ກຳນົດໃຫ້ທຸກທ່ຽວບິນຕ້ອງບິນເໜືອລະດັບ 5000 ແມັດ ເພື່ອຄວາມປອດໄພ
ຄລິບຕອນເຮືອບິນຖືກຍິງ:

ไม่มีความคิดเห็น