ເກີດເຫດ ແຜ່ນດິນໄຫວຂະໜາດ 6.4 ເກາະໄຕ້ຫວັນ ໂຮງແຮມຖະຫຼົ່ມຄົນຕິດຢູໃນຈໍານວນຫຼາຍ
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 6 ກຸມພາ2018ວ່າ ເວລາ 23:50 ຕາມເວລາທ້ອງຖິ່ຂອງເກາະໃຕ້ຫວັນໄດ້ເກີດແຜ່ນດິນໄຫວລະດັບ6,4 ເລິກລົງໄປໃຕ້ດິນ 1 ກິໂລແມັດ ເກີດຂື້ນຢູ່ທາງພາກຕາເວັນຕົກກສຽງເໜືອຂອງເກາະໄຕ້ຫວັນ
ເຮັດໃຫ້ອາຄານຫຼາຍແຫ່ງຖະລົ່ມລົງມາແລະມີຜູ້ຕິດຢູ່່ພາຍໃນຈຳນວນ
ແຜນດິນໄຫວຄັ້ງນີ້ສົ່ງຜົນກະທົບຕໍ່ເມືອງຮົວຫຼຽນເຮັດໃຫ້ໂຮງແຮມມາຣ໌ແຊລ
ທີ່ຕັ້ງຢູ່ເມືອງນີ້ຖະລົ່ມລົງມາແລະມີຄົນຕິດຢູ່ໃນຊາກຂອງໂຮງແຮມ ປະມານ 30 ຄົນ ຂົວແຫ່ງໜື່ງໃນເມືອງທີ່ຢູ່ແຄມຝັ່ງທາງຕາເວັນອອກຂອງໄຕ້ຫວັນບໍ່ສາມາດໃຊ້ງານໄດ້ແລະທາງຫຼວງກໍຕ້ອງປິດການສັນຈອນ
ຂະນະທີ່ໂຮງແຮມອ່ຽງໄປມາລະຫວ່າງເກີດແຜ່ນດິນໄຫວ
ທາງດ້ານສຳນັກງານສຳລວດທໍລະນີສາດ ໄດ້ແຈ້ງວ່າປະມານ 3 ວັນກ່ອນເກີດແຜ່ນດິນໄຫວຄັ້ງນີ້ ກວດຈັບແຮງໄຫວຂະໜາດນ້ອຍເກືອບ100ຄັ້ງໃນບໍລິເວນດັ່ງກ່າວ ແຮງໄຫວ 6,4 ແມກນີຈູດຄັ້ງເກີດຂຶ້ນຄົບຮອບ2ປີພໍດີນັບຕັ້ງແຕ່ເກີດແຜ່ນດິນໄຫວຂະໜາດດຽວກັນໃນເມືອງໄກ້ນໜານທັງພາກໃຕ້ ເມື່ອວັນທີ 6 ກຸມພາ 2000 16 ເຮັດໃຫ້ມີຜູ້ເສຍຊີວິດ 117 ຄົນແລະບາດເຈັບ 550 ຄົນ









Post a Comment