ເຮລີຄອບເຕີກອງທັບຍີ່ປຸ່ນ ຕົກໃສ່ເຮືອນປະຊາຊົນໄຟ້ໃໝ້ນັກບິນ 2 ຄົນເສຍຊີວິດ
ໃນວັນທີ່ 5 ກຸມພາ 2018 ເກີດອຸປະຕິເຫດສະເທືອນຂັວນ ໃນເມືອງຄັນຊາກິ ແຂວງຊາງະ
ພາກຕະເວັນຕົກສຽງເໜືອຂອງຍີ່ປຸ່ນ ຫຼັງຈາກເຮລີຄອບເຕີອາປາເຊ່ ເອເອຊ໌-64
ຂອງກອງກໍາລັງຄວາມໝັ້ນຄົງປະສົບອຸປະຕິເຫດຕົກໃນພື້ນມີ່ຊຸມຊົນ
ສົ່ງຜົນໃຫ້ເຮືອນປະຊາຊົນໄຟໃໝ້ 1 ຫຼັງແລະນັກນັກບິນ 2 ຄົນເສຍຊີວິດ
ໄຟໃໝ້ເຮືອນປະຊາຊົນ ໜ່ວຍດັບເພີງລະດົມເຈົ້າໜ້າແລະລົດດັບເພີງ 14 ຄັນໄປຈຸດເກີດເຫດເພື່ອດັບໄຟ
ຊາວບ້ານໃນແຖວນັ້ນເລົ່າວ່າໄດ້ຍິນສຽງດັງ ຈາກນັ້ນກໍແລ່ນອອກໄປເຫັນຄວັນສີດໍາໜາລອຍຂື້ນຟ້າ


Post a Comment