ກໍາປູເຈຍ ຕົກລົງໃຊ້ເງິນຢວນ ຄ້າຂາຍກັບຈີນ ແທນການໃຊ້ເງິນໂດລ່າ
ສໍານັກຂ່າວຕ່າງປະເທດລາຍງານຂ່າວ
ລັດຖະມົນຕີກະຊວງການຄ້າຂອງກໍາປູເຈຍ ໄດ້ເດີນທາງຢ້ຽມຢາມຈີນຢ່າງເປັນທາງການ ໄດ້ໂອລົມກັບຮອງເຈົ້າແຂວງ
ກວາງຕຸ້ງຂອງຈີນ ເຊິ່ງທັງສອງໄດ້ໂອລົມເຖິງກໍລະນີທີ່ຈະມີການຄ້າຂາຍລະຫວ່າງກັນ
ໂດຍທັງສອງປະເທດຈະດໍາເນີນການຄ້າຂາຍໂດຍໃຊ້ເງິນຢວນແລະຣຽວ ເຊິ່ງເປັນສະກຸນເງິນຂອງສອງປະເທດ
ແທນການໃຊ້ເງິນໂດລ່າທີ່ເຄີຍໃຊ້ຜ່ານມາ
ເຊີ່ງທາງຈີນໄດ້ຍົກປະເດັນຂື້ນວ່າຈາກປະສົບການທີ່ຜ່ານມາເມືອພວກເຂົາເຮັດການຄ້າກັບປະເທດອື່ນດ້ວຍເງິນໂດລ່າສະຫະລັດ
ເມື່ອແລກປ່ຽນແລ້ວ ພວກເຂົາສູນເສຍເງິນເປັນຈໍານວນຫຼາຍ ດັ່ງນັ້ນພວກເຂົາຕ້ອງການໃຊ້ເງິນຢວນໂດຍກົງ
ສ່ວນທາງລັດຖະມົນຕີກະຊວງການຄ້າຂອງກໍາປູເຈຍ
ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ມົນທົນເຂົ້າລົງທືນໃນກໍາປູເຈຍໃຫ້ຫຼາຍຂື້ນ ລວມທັງການນໍາເຂົ້າຜະລິດຕະພັນທາງການກະເສດຂອງປະເທດ
ຈີນເປັນຜູ້ບໍລິຈາກຄວາມຊ່ວຍເຫຼືອລາຍໃຫຍ່ທີ່ສຸດຂອງກໍາປູເຈຍ
ຈີນແລະກໍາປູເຍ ຜັກດັນການຄ້າ ໂດຍມີເປົ້າໝາຍຕ້ອງໄປຮອດ 6.000 ລ້ານໂດລ່າໃນປີ
2020ຂະນະທີໃນປີ 2015 ຢູ່ທີ່ 4.400 ລ້ານໂດລ່າແລະການລົງທຶນຂອງຈີນໃນລະດັບສູງທີເກີດຂື້ນໃນກຸງພະນົມເປນ
ລວມທັງໂຮງແຮມແລະກາສິໂນທີ່ກໍາລັງກໍ່ສ້າງເພື່ອຮອງຮັບຜູ້ຊື້ຊາວຈີນໃນເມືອງສີໜຸວິລລ໌





Post a Comment