ຊາຍໜຸ່ມເປັນໂລກຕີນ-ມືຕົ້ນໄມ້ ຜິວໜັງເລີ່ມປົ່ງເປັນຕຸ່ມໆຂື້ນມາອີກ ຫຼັງຈາກຜ່າຕັດ16ຄັ້ງແລ້ວ(ຊົມຄລິບ)


ໃນວັນທີ່ 30 ເດີຊັນລາຍງານວ່າ ຊາຍໜຸ່ມບັງກາລາເທດ ຊື່ ທ້າວ ອາບູລ ບາຈັນດາຣ໌ ອາຍຸ 27 ປີ ເຂົ້າຮັບການຜ່າຕັດຮັກສາໂລກຜິດປົກກະຕິທາງຜິວໜັງທາງກໍາມະພັນ (Epidermodysplasia verruciformis)ຈົນມີລັກສະນະຄ້າຍຄືມະນຸດຕົ້ນໄມ້ມາແລ້ວ 16 ຄັ້ງໃນປີທີ່ຜ່ານມາທີ່ປົ່ງອອກມາຈາກມືນໍ້າໜັກເຖິງ 5 ກລຈົນມອາການປົກກະຕິ ແຕ່ບໍ່ເທົ່າໃດເດືອນມານີ້ຫຼັງຈາກການຜ່າຕັດຄັ້ງສຸດທ້າຍ ຊີ້ນຮູບຮ່າງຄ້າຍຄືຕົ້ນໄມ້ກໍປົ່ງຂື້ນມາອີກ

ຄວາມຜິດປົກກະຕິທາງຮ່າງກາຍເລີ່ມກັບມາຄຸກຄາມຊີວິດຂອງຊາຍຄົນນີ້ອີກຄັ້ງຫຼັງຈາກຄະນະແພດໃນກຸງທາກາ ຂອງບັງກາລາເທດເຊື່ອວ່າທາງທີມປະສົບຜົນສໍາເລັດໃນການຜ່າຕັດ ແນວໃດກໍຕາມແພດລະບຸວ່າການຮັກສາທ້າວ ອາບູລ ບາຈັນດາຣ໌ ຖືເປັນເລື່ອງທີ່ຄວນຈົດຈໍາໃນປະຫວັດສາດວົງການແພດ-ໝໍ

ທ້າວ ອາບູລ ບາຈັນດາຣ໌ ແຕ່ງດອງກ່ອນໂລກນີ້ຈະເລີ່ມອອກອາການແລະຄອບຄົວຕ້ອງຍ້າຍມາຢູໂຮງໝໍຊົ່ວຄາວໃນລະຫວ່າງທີ່ລາວເຂົ້າຮັບການຜ່າຕັດໃນປີທີ່ຜ່ານມາ ສໍາຫຼັບໂລກພະຍາດນີ້ ທ້າວ ອາບູລ ບາຈັນດາຣ໌ ຖືເປັນ 1 ໃນ 4 ຄົນ ໃນໂລກທີ່ເປັນໂລກທາງກໍາມະພັນ
ຊົມຄລິບ:

ไม่มีความคิดเห็น