ຈັບແກ໊ງຄ້າຢາລັກຂົນໂຄເຄນ 500 ກລ ມູນຄ່າ 50 ລ້ານປອນ ຂື້ນເຮືອບິນສ່ວນຕົວເຂົ້າອັງກິດ


ໃນວັນທີ່ 31 ມັງກອນ 2018 ສໍານັກຂ່າວຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ຕໍາຫຼວດຊາຍແດນ ຈັບແກ໊ງຄ້າຢາລັກຂົນຢາເສບຕິດໂຄເຄນໍ້າໜັກ 500 ມູນຄ່າ 50 ລ້ານປອນ ດ້ວຍການໍາຂື້ນເຮືອບິນເຈັຕສ່ວນຕົວເຂົ້າອັງກິດ ຈາກປະເທດໂຄລໍເບຍ ມາລັງທີ່ສະໜາມບິນ ຟາຣ໌ນໂບໂຣຫ໌ ມົນທົນແຮມເຊຍ ປະເທດອັງກິດ ໃນວັນຈັນທີ 29 ມັງກອນທີ່ຜ່ານມາ


ຕາມການລາຍງາຂອງກະຊວງພາຍໃນອັງກິດວ່າ ເຈົ້າໜ້າທີ່ຕໍາຫຼວດ 2 ຄົນ ໄດ້ກວດພົບຢາເສບຕິດໂຄເຄນ ເຊິ່ງເປັນຢາເສບຕິດປະເພດ A  ຊຸກເຊື່ອງໃນກະເປົາເດີນເດີນທາງ 15 ໃບ ໃນເຮືອບິນເຈັຕສ່ວນຕົວລໍາດັ່ງກ່າວ ທີ່ຕົ້ນທາງມາຈາກກຸງໂບໂກຕາ ປະເທດໂຄລໍາເບຍ ໂດຍເຈົ້າໜ້າທີ່ຈັບກຸມຊາຍ 3 ຄົນນ ພ້ອມກັບຊາວອັງກິດ 2 ຄົນ ໃນຂໍ້ຫາຕ້ອງສົງໃສລັກນໍາເຂົ້າຢາເສບຕິດປະເພດ A  ໂດຍ ຊາຍ 3 ຄົນດັ່ງກ່າວເປັນາວສະເປນ 2 ຄົນ ແລະອີຕາລີ່ 1 ຄົນ



ไม่มีความคิดเห็น