ອາດຈະເຈັບຈົນທົນບໍ່ໄດ້ ເສືອໂຄ່ງອອກປ່າຍ່າງເຊເຂົ້າບ້ານຄົນຂໍຄວາມຊ່ວຍເຫຼືອ (ມີຄລິບ)


ວັນທີ່ 1 ກຸມພາ 2018 ໄຊບີເລຍທາມ ລາຍງານເລື່ອງຂອງເສືອໂຄ່ງເພດເມຍໂຕໜຶ່ງທີ່ຍ່າງອອກຈາກປ່າທີ່ຢູ່ອາໄສມາຫາຄວາມຊ່ວຍເຫຼືອຮອດບ້ານມະນຸດ ຫຼັງຈາກກວດພົບວ່າມັນເຈັບແຂ້ວ ແລະ ເຫືອກຢ່າງຮຸນແຮງເປັນເຫດໃຫ້ຕ້ອງຍ່າງມາໝູ່ບ້ານມະນຸດ ເຊີ່ງຖືເປັນພຶດຕິກຳທີ່ແປກປະຫຼາດເພາະປົກກະຕິແລ້ວເສືອໂຄ່ງໄຊບີເລຍ ຈະຫຼີກລ່ຽງການເຂົ້າໃກ້ມະນຸດ.

ເຫດການນີ້ເກີດຂື້ນທີ່ເມືອງໂຊລອນໂຊວີ ຫ່າງຈາກກຸງມອສໂຄ ໄປທາງທິດຕາເວັນອອກປະມານ 6300 ກິໂລແມັດ. ຜູ້ຊ່ຽວຊານລະບຸວ່າເສືອມີອາຍຸປະມານ 10 ປີ ເກີດອາການອັກເສບໃນຊ່ອງປາກຢ່າງຮຸນແຮງເຮັດໃຫ້ແນ່ໃຈວ່າທີ່ມັນມາຍ້ອນຕ້ອງການໃຫ້ມະນຸດຊ່ວຍໃນຖານະທີ່ເພີ່ງສຸດທ້າຍ.



ไม่มีความคิดเห็น