ຊາຍໜຸມ ເອົາຊີວິດລອດລອຍຄໍກາງທະເລ-ຄື້ນພັດໃສ່ 16 ວັນ ປະທັງຊີວິດດ້ວຍເຂົ້າໜົມ
ໃນວັນທີ່ 5
ກຸມພາ ສໍານັກຂ່າວຕ່າງປະເທດລາຍງານວ່າ ຊາຍໜຸ່ມອາຍຸ 23 ປີລ່ອງເຮືອຈາກເມືອງ ບິມິນິ
ໄປກຸງນັສເຊົາ ປະເທດບາຮາມາສ ຕັ້ງແຕ່ວັນທີ່ 13 ມັງກອນ
ແຕ່ໂຊກບໍ່ດີນໍ້າມັນໝົດລະຫວ່າງທາງ ລອຍຄໍຢູ່ກາງທະເລ 16 ວັນໂດຍມີພຽງເຂົ້າໜົມອົບກອບໂດຣິໂຕສແລະຄຸກກີ້ປະທັງຊີວິດເທົ່ານັ້ນ
ມີຜູ້ພົບເຫັນທ້າວ
ຊາມູເອລ ມອສສ໌ ຈູເນຍ ອາຍຸ 23 ປີ ລອຍຄໍຢູ່ກາງທະເລຫ່າງຈາກຝັ່ງ ເວປາລ໌ມ ຂອງລັດຟໍຣິດາ
ສະຫະລັດ ປະມານ 16 ກິໂລແມັດຈົນມີໜ່ວຍລາດຕະເວນຂອງສະຫະລັດຊ່ວຍໄດ້
ທ້າວ ຊາມູເອລ
ມອສສ໌ ຈູເນຍ ເລົ່າວ່າ ເອົາຕົວລອດໂດຍການກິນເຂົ້າໜົມໂດຣິໂຕສ ຄຸກກີ້ແລະນໍ້າພຽງຂວດດຽວເທົ່ານັ້ນ
ໃນໄລຍະເວລາທີ່ຕິດຢູ່ໃນເຮືອ 12 ວັນ ກ່ອນທີ່ຄື້ນຍັກໃຫຍ່ 12 ແມັດ
ພັດຖະຫຼົ່ມເຮືອແລະສະບຽງ ກະຈາຍຫສຍໄປກັບນໍ້າທະເລ
ກ່ອນໜ້ານີ້ຊາຍໜຸ່ມຄົນນີ້ເຄິຍລອຍຄໍໃນທະເລມາແລ້ວຄັ້ງໜື່ງ
ແຕ່ພຽງເວລາ 3 ວັນເທົ່ານັ້ນ ກ່ອນທີ່ກອງທັບບາຮາມາສຈະເຂົ້າຊ່ວຍຊີວິດໄດ້



Post a Comment